3 ນະຄອນໃໝ່ ມີສະຖານະແບບໃດ, ໜ່ວຍງານໃດສະເໜີໃຫ້ສ້າງຕັ້ງ? ກົດອ່ານເພື່ອຫາຄຳຕອບ - ອິດສະຫຼະ

3 ນະຄອນໃໝ່ ມີສະຖານະແບບໃດ, ໜ່ວຍງານໃດສະເໜີໃຫ້ສ້າງຕັ້ງ? ກົດອ່ານເພື່ອຫາຄຳຕອບ



ການສ້າງຕັ້ງນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ນະຄອນປາກເຊ ແຂວງຈຳປາສັກ ເກີດຂຶ້ນຕາມການສະເໜີຂອງກະຊວງພາຍໃນ ຕໍ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2017 ທີ່ຜ່ານມາ, ທີ່ສະເໜີໂດຍທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ເຊິ່ງກອງປະຊຸມຄັ້ງນັ້ນ ໄດ້ເຫັນດີອະນຸມັດໃຫ້ຍົກລະດັບເມືອງຫຼວງພະບາງ ເປັນນະຄອນ-ຫຼວງພະບາງ ເພາະມີຄວາມພ້ອມດ້ານຕ່າງໆຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນແລ້ວຄື:

1. ເປັນເມືອງ ຫຼື ເທດສະບານ ທີ່ມີພົນລະເມືອງແຕ່ 60,000​ ຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ຕ້ອງມີ 25,000 ຄົນຂຶ້ນໄປ.

2. ມີຄວາມໜ້າແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ເຊິ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ ຫຼື ເທດສະບານ ແຕ່ 900 ຄົນຂຶ້ນໄປຕໍ່ກິໂລແມັດ.

3. ມີຈຳນວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ເຊິ່ງເປັນທີ່ຕ້ອງຂອງອົງການປົກຄອງເມືອງ, ເທດສະບານບໍ່ເກີນ 25% ຂອງຈຳນວນພົນລະເມືອງທັງໝົດທີ່ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານດັ່ງກ່າວ.

4. ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ.

5. ເປັນບ້ານພັດທະນາທັງໝົດ.

6. ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.

ສຳລັບດ້ານການປົກຄອງ ແລະ ລະບົບການຈັດຕັ້ງ, ກອງປະຊຸມເຫັນດີໃຫ້ຮັກສາຄືເກົ່າ ຕາມລະບົບການຈັດຕັ້ງຂັ້ນເມືອງທີ່ມີຢູ່ໃນປັດຈຸບັນ ແຕ່ເຫັນດີໃຫ້ໂອນ ຫຼື ເພີ່ມບາງຂະແໜງການ ເພື່ອໃຫ້ການບໍລິຫານຄຸ້ມຄອງມີຄວາມຄ່ອງຕົວ ແລະ ພັດທະນາສົມຄູ່ກັບນາມມະນົດຂອງນະຄອນ.

ພ້ອມນັ້ນ ກອງປະຊຸມໄດ້ມອບໃຫ້ກະຊວງພາຍໃນສົມທັບກັບເມືອງ ຫຼື ແຂວງອື່ນ ທີ່ມີຄວາມພ້ອມທີ່ຈະສ້າງຕັ້ງເມືອງເປັນນະຄອນເຊັ່ນ: ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ເມືອງປາກເຊ ແຂວງຈຳປາສັກ ເພື່ອກະກຽມເອກະສານສະເໜີຫາລັດຖະບານ ແລະ ໃຫ້ທັນ ຫຼື ໄລ່ເລ່ຍກັບວັນເວລາທີ່ຈະປະກາດສ້າງຕັ້ງນະຄອນຫຼວງພະບາງ.

ໂດຍຜ່ານການຄົ້ນຄວ້າ ແລະ ກະກຽມຕາມມະຕິຂອງກອງປະຊຸມລັດຖະບານ ປະຈຳເດືອນຕຸລາ 2017 ຈົນມາຮອດວັນທີ 4 ເມສາ 2018 ທີ່ຜ່ານມາ, ກະຊວງພາຍໃນໄດ້ສະເໜີຕໍ່ລັດຖະບານ ເພື່ອຂໍສ້າງຕັ້ງ 3 ນະຄອນນັ້ນກໍ່ຄື: ນະຄອນ-ຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ພ້ອມໆກັນ.

ຈາກນັ້ນ, ໃນວັນທີ 11 ເມສາ 2018 ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈຶ່ງໄດ້ອອກດຳລັດ 4 ສະບັບເພື່ອຮັບຮອງໃຫ້ແກ່ການສ້າງຕັ້ງນະຄອນຄື:

1. ດຳລັດ ເລກທີ 125/ນຍ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງນະຄອນ ປະກອບມີ 7 ໝວດ 13 ມາດຕາ

2. ດຳລັດ ເລກທີ 126/ນຍ ວ່າດ້ວຍການສ້າງຕັ້ງນະຄອນ-ຫຼວງພະບາງ ປ່ຽນແທນເມືອງຫຼວງພະບາງ, ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບກັບຂັ້ນເມືອງ ຂຶ້ນກັບແຂວງຫຼວງພະບາງ, ມີເນື້ອທີ່ທັງໝົດ 761 ກິໂລຕາເມັດ, ປະກອບມີ 114 ບ້ານ ແລະ ມີພົນລະເມືອງທັງໝົດ 97,760 ຄົນ, ຍິງ 48,167 ຄົນ.

3. ດຳລັດ ເລກທີ 127/ນຍ ວ່າດ້ວຍການສ້າງຕັ້ງນະຄອນໄກສອນພົມວິຫານ ປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັນກັບຂັ້ນເມືອງ ຂຶ້ນກັບແຂວງສະຫວັນນະເຂດ, ມີເນື້ອທີ່ທັງໝົດ 776 ກິໂລຕາແມັດ, ປະກອບມີ 67 ບ້ານ ແລະ ມີພົນລະເມືອງທັງໝົດ 125,726 ຄົນ, ຍິງ 63,713 ຄົນ.

4. ດຳລັດ ເລກທີ 128/ນຍ ວ່າດ້ວຍການສ້າງຕັ້ງນະຄອນປາກເຊ ປ່ຽນແທນເມືອງປາກເຊ, ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັນກັບຂັ້ນເມືອງ, ຂຶ້ນກັບແຂວງຈຳປາສັກ, ມີເນື້ອທີ່ທັງໝົດ 125 ກິໂລຕາແມັດ, ປະກອບມີ 42 ບ້ານ ແລະ ມີພົນລະເມືອງທັງໝົດ 81,579 ຄົນ, ຍິງ 42,021 ຄົນ.

ເຊິ່ງທັງໝົດທັງມວນ ລ້ວນແຕ່ປະຕິບັດຕາມກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ທີ່ລະບຸໄວ້ໃນພາກທີ VI ຂອງກົດໝາຍສະບັບດັ່ງກ່າວ ວ່າດ້ວຍ ນະຄອນ ແລະ ອົງການປົກຄອງນະຄອນ ທັງໃນດ້ານຂໍ້ກຳນົດຂອງການສ້າງຕັ້ງນະຄອນ; ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການປົກຄອງນະຄອນ; ໂຄງປະກອບການຈັດຕັ້ງອົງການປົກຄອງນະຄອນ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຈົ້ານະຄອນ ແລະ ກອງປະຊຸມ ຂອງອົງການປົກຄອງນະຄອນ.





No comments

Powered by Blogger.