ອາຣັບບີ ຊາອູດີດ ຮຽກຮ້ອງປະຊາຄົມອາຣັບ ຮ່ວມກັນຕໍ່ຕ້ານອີຣານ - ອິດສະຫຼະ

ອາຣັບບີ ຊາອູດີດ ຮຽກຮ້ອງປະຊາຄົມອາຣັບ ຮ່ວມກັນຕໍ່ຕ້ານອີຣານ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2018 ວ່າ: ສົມເດັດພະລາຊາທິບໍດີຊັລມານ ເຈົ້າມະຫາຊີວິດແຫ່ງອາຣັບບີ ຊາອູດິດ ກ່າວຕໍ່ກອງປະຊຸມໃຫຍ່ສັນນິບາດອາຣັບ ທີ່ເມືອງດາຣັນ ຂອງອາຣັບບີ ຊາອູດີດ ເມື່ອວັນອາທິດ ທີ່ຜ່ານມາ ດ້ວຍການປະນາມອີຣານ ຄູ່ແຂ່ງຕະຫຼອດການຂອງອາຣັບບີ ຊາອູດີດ ທີ່ບໍ່ໄດ້ເປັນສະມາຊິກອົງການສັນນິບາດອາຣັບ ແລະ ຢູ່ຫ່າງຈາກເມືອງດາຣັນ ພຽງ 160 ກິໂລແມັດ ໂດຍມີອ່າວເປີເຊຍເປັນຊາຍແດນ ວ່າ: ປະຊາຄົມອາຣັບຕ້ອງຮ່ວມກັນປະນາມພຶດຕິກຳການເປັນຜູ້ກໍ່ການຮ້າຍຂອງອີຣານ ແລະ ຕໍ່ຕ້ານການທີ່ລັດຖະບານອີຣານຍັງແຊກແຊງວຽກງານພາຍໃນຂອງພູມມິພາກ.


ຂະນະດຽວກັນ, ພະອົງຍັງກ່າວປະນາມຕໍ່ກໍລະນີການໃຊ້ອາວຸດເຄມີໂຈມຕີປະຊາຊົນ ໃນຊີຣີ ແລະ ຮຽກຮ້ອງໃຫ້ອົງກອນລະຫວ່າງປະເທດກວດສອບຢ່າງລະອຽດ ພ້ອມທັງສະແດງທ່າທີສະໜັບສະໜູນຕໍ່ປະຕິບັດການທາງທະຫານຂອງສະຫະລັດ ອາເມຣິກາ ແລະ ພັນທະມິດຕາເວັນຕົກ ນັ້ນກໍ່ຄື: ຝຣັ່ງ ແລະ ອັງກິດ ທີ່ຮ່ວມກັນຍິງຂີປະນາວຸດໂຈມຕີເປົ້າໝາຍທາງຍຸດທະສາດ 3 ແຫ່ງໃນຊີຣີ ເມື່ອວັນເສົາທີ່ຜ່ານມາ ແລະ ອີກຢ່າງໜຶ່ງຊີຣີ ບໍ່ໄດ້ສົ່ງຜູ້ແທນເຂົ້າຮ່ວມການປະຊຸມຄັ້ງນີ້ ເຊັ່ນດຽວກັບກາຕາ ທີ່ມີຄວາມຂັດແຍ່ງທາງການທູດກັບອາຣັບບີ ຊາອູດີດ ມາຕັ້ງແຕ່ປີທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ກໍລະນີທີ່ກ່ຽວຂ້ອງກັບຄວາມຂັດແຍ່ງລະຫວ່າງອິດສະຣາແອນ ກັບ ປາເລສໄຕ ທີ່ເຊື່ອມໂຍງເຖິງບັນຫາສະຖານະຂອງນະຄອນເຢຣູຊາເລມ ທີ່ ສະຫະລັດ ອາເມຣິກາ ຍົກໃຫ້ເປັນນະຄອນຫຼວງຂອງອິດສະຣາແອນ ເຈົ້າມະຫາຊີວິດຂອງອາຣັບບີ ຊາອູດີດ ກ່າວຕໍ່ກອງປະຊຸມວ່າ ປະຊາຄົມອາຣັບຍັງຄົງມີຈຸດຢືນຮ່ວມກັນຢ່າງຊັດເຈນໜັກແໜ້ນ ໃນການຄັດຄ້ານ ນະໂຍບາຍຂອງລັດຖະບານສະຫະລັດ ອາເມຣິກາ ຕໍ່ສະຖານະຂອງນະຄອນເຢຣູຊາເລມ ທີ່ລວມເຖິງການຍອມຮັບ ແລະ ຍ້າຍສະຖານທູດສະຫະລັດ ອາເມຣິກາ ຈາກນະຄອນເທວອາວີບ ໄປຍັງນະຄອນເຢຣູຊາເລມ ເປັນການເຄື່ອນໄຫວທີ່ລະເມີດກົດໝາຍລະຫວ່າງປະເທດ.

ເຖິງຢ່າງໃດກໍ່ຕາມການສະແດງທ່າທີຂອງອົງການສັນຕິບາດອາຣັບ ທີ່ສ້າງຕັ້ງເມື່ອປີ 1945 ແລະ ປັດຈຸບັນມີສະມາຊິກ 22 ປະເທດ ທີ່ມີຕໍ່ສະຖານະການໃນພູມມິພາກ ມັກເປັນໄປໃນທາງສັນຍາລັກ ຫຼາຍກວ່າຈະມີການເຄື່ອນໄຫວປະຕິບັດຕົວຈິງ.


No comments

Powered by Blogger.