ຜູ້ນຳຝຣັ່ງກ່າວ ມີຄວາມຊອບທຳໃນການໂຈມຕີຊີຣີ ແລະ ຫວັງວ່າ ສ.ອາເມຣິກາ ຈະບໍ່ຖອນທະຫານອອກຈາກຊີຣີ - ອິດສະຫຼະ

ຜູ້ນຳຝຣັ່ງກ່າວ ມີຄວາມຊອບທຳໃນການໂຈມຕີຊີຣີ ແລະ ຫວັງວ່າ ສ.ອາເມຣິກາ ຈະບໍ່ຖອນທະຫານອອກຈາກຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2018 ວ່າ: ທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ໃຫ້ສຳພາດໃນລາຍການໂທລະພາບຂອງສະຖານນີໂທລະພາບ BFM ອອກອາກາດເມື່ອວັນອາທິດ ທີ່ຜ່ານມາ ວ່າສະຫະລັດ ອາເມຮິກາ, ອັງກິດ ແລະ ຝຣັ່ງ ມີຄວາມຊອບທຳສູງສຸດຕາມກົດໝາຍລະຫວ່າງປະເທດ ໃນການປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍທາງຍຸດທະສາດໃນຊີຣີ ເມື່ອວັນເສົາ 14 ເມສາ ທີ່ຜ່ານມາ ເພື່ອບັງຄັບໃຫ້ລັດຖະບານຊີຣີປະຕິບັດການກົດໝາຍດ້ານມະນຸດສະທຳໃນລະດັບສາກົນ ໂດຍຜູ້ນຳຝຣັ່ງ ກ່າວອີກວ່າ ປະຕິບັດການດັ່ງກ່າວເປັນພຽງການຕອບໂຕ້ ບໍ່ແມ່ນການເຮັດສົງຄາມ.

ຂະນະດຽວກັນ, ທ່ານ ເອມມານູເອວ ມາຄຼອງ ຍັງກ່າວເຖິງຄຳກ່າວຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ເຄີຍກ່າວວ່າ ມີຄວາມຕ້ອງການທີ່ຈະຖອນທະຫານອາເມຣິກາ ອອກຈາກຊີຣີ ວ່າ: ຝຣັ່ງຕ້ອງການໃຫ້ລັດຖະບານສະຫະລັດ ອາເມຣິກາ ຮັກສາໜ້າທີ່ ແລະ ອາວຸດໄວ້ຕໍ່ໄປໃນໄລຍະຍາວ, ແຕ່ທັງນີ້ທັງນັ້ນ ລັດຖະບານຝຣັ່ງກໍ່ຍັງສະແຫວງຫາໂອກາດທີ່ຈະຄວາມຮ່ວມມືກັບລັດເຊຍ ແລະ ຕວັກກີ ລວມໄປເຖິງກຸ່ມປະເທດຕາເວັນຕົກອີກຫຼາຍປະເທດ ໃນການສ້າງໂອກາດໃໝ່ຕາມຂະບວນການທາງການທູດ ເພື່ອຜ່ອນຄາຍຄວາມຂັດແຍ່ງໃນຊີຣີ, ນອກຈາກນີ້ ທ່ານ ເອມມານູເອວ ມາຄຼອງ ຍັງສະເໜີເຮັດໜ້າທີ່ເປັນຜູ້ໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ ຈາກຂໍ້ກ່າວຫາວ່າລັດເຊຍແຊກແຊງການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ເມື່ອປີ 2016.

ຕໍ່ມາທຳນຽບຂາວອອກຖະແຫຼງການວ່າ ເປົ້າໝາຍຂອງສະຫະລັດ ອາເມຣິກາໃນຊີຣີຍັງເໜືອນເດີມ ນັ້ນຄືທະຫານຂອງອາເມຣິກາທັງໝົດ ຈະຕ້ອງເດີນທາງກັບປະເທດໃຫ້ໄວທີ່ສຸດ ຕາມຄວາມຕ້ອງການຂອງຜູ້ນຳສະຫະລັດ ອາເມຣິກາ ເຊິ່ງໃນເວລາດຽວກັນມີຄວາມມຸ່ງໝັ້ນໃນພາລະກິດກວາດລ້າງກຸ່ມ IS ໃນຊີຣີໃຫ້ສຳເລັດລຸລ່ວງ ແລະ ລັດຖະບານສະຫະລັດ ອາເມຣິກາຫວັງເປັນຢ່າງຍິ່ງວ່າ ພັນທະມິດຂອງສະຫະລັດ ອາເມຣິກາ ໃນຕາເວັນອອກກາງຈະຮ່ວມກັນສະແດງຄວາມຮັບຜິດຊອບຫຼາຍຂຶ້ນທັງໃນດ້ານການທະຫານ ແລະ ການເງິນ ເພື່ອສະຖຽນລະພາບໃນພູມມິພາກ.



No comments

Powered by Blogger.