ລັດເຊຍ-ອີຣານ ເຕືອນຈະເຂົ້າສູ່ຄວາມວຸ້ນວາຍ ຫາກ ສ.ອາເມຣິກາ ແລະ ພັນທະມິດໂຈມຕີຊີຣີອີກ - ອິດສະຫຼະ

ລັດເຊຍ-ອີຣານ ເຕືອນຈະເຂົ້າສູ່ຄວາມວຸ້ນວາຍ ຫາກ ສ.ອາເມຣິກາ ແລະ ພັນທະມິດໂຈມຕີຊີຣີອີກ



ສຳນັກຂ່າວຕ່າງປະເທດລາຍງານ 16 ເມສາ 2018 ວ່າ: ທຳນຽບປະທານປະເທດລັດເຊຍເຜີຍແຜ່ຖະແຫຼງການ ເມື່ອວັນອາທິດທີ່ຜ່ານມາ ເປັນການສົນທະນາທາງໂທລະສັບລະຫວ່າງທ່ານ ປູຕິນ ປະທານປະເທດລັດເຊຍ ກັບ ທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ເຊິ່ງຜູ້ນຳທັງສອງປະເທດເຫັນດີຮ່ວມກັນວ່າ: ປະຕິບັດການທາງທະຫານຂອງສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງ ທີ່ເກີດຂຶ້ນໃນຊີຣີ ເມື່ອວັນເສົາທີ່ຜ່ານມານັ້ນຄື: ອາຊະຍາກຳທາງທະຫານ ແລະ ເປັນການຮຸກຮານອະທິປະໄຕຂອງອີກລັດໜຶ່ງຢ່າງຊັດເຈນທີ່ສຸດ, ຍິ່ງໄປກວ່ານັ້ນໃນກໍລະນີຂອງຊີຣີຈະສົ່ງຜົນໃຫ້ຂະບວນການຜ່ອນຄາຍຄວາມຂັດແຍ່ງດ້ວຍວິທີການທູດ ແລະ ການເມືອງຕ້ອງຖອຍຫຼັງກັບໄປອີກ.


ຂະນະທີ່ທ່ານ ປູຕິນກ່າວວ່າ ຫາກກຸ່ມປະເທດຕາເວັນຕົກຍັງຄົງບໍ່ຢຸດຕິພຶດຕິກຳການລະເມີດກົດບັດສະຫະປະຊາຊາດຄືດັ່ງກ່າວ ສາຍພົວພັນລະຫວ່າງປະເທດຈະຕ້ອງວຸ້ນວາຍຢ່າງຫຼີກລ້ຽງບໍ່ໄດ້, ສ່ວນໃນດ້ານຂອງທ່ານ ຮັສຊັນ ໂຣຮານີ ກ່າວວ່າ ປະຕິບັດການໂຈມຕີທີ່ເກີດຂຶ້ນບົ່ງບອກເຖິງເຈດຕະນາຢ່າງຊັດເຈນຂອງສະຫະລັດ ອາເມຣິກາ ແລະ ປະເທດຕາເວັນຕົກບາງປະເທດ ທີ່ບໍ່ຕ້ອງການໃຫ້ສັນຕິພາບເກີດຂຶ້ນໃນຊີຣີ.

ເຊິ່ງການສົນທະນາດັ່ງກ່າວລະຫວ່າງຜູ້ນຳລັດເຊຍ ແລະ ອີຣານ ສືບເນື່ອງມາຈາກ ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ສັ່ງການໃຫ້ກອງທັບສະຫະລັດ ອາເມຣິກາ ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍທາງຍຸດທະສາດ 3 ແຫ່ງ ໃນນະຄອນຫຼວງດາມັດສະກັດ ແລະ ເມືອງຮອມ ຂອງປະເທດຊີຣີ ເມື່ອຕອນເຊົ້າມືດວັນເສົາ ທີ 14 ເມສາ 2018 ທີ່ຜ່ານມາ, ໂດຍມີຄວາມເຊື່ອວ່າສະຖານທີ່ທັງສາມແຫ່ງນັ້ນ ເປັນສະຖານທີ່ພັດທະນາ ແລະ ເປັນສາງອາວຸດເຄມີຂອງລັດຖະບານຊີຣີ ພາຍໃຕ້ການນຳຂອງທ່ານ ບາຊາ ອັນ-ອັສຊາດ ແຕ່ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີ ສາມາດສະກັດຂີປະນາວຸດທີ່ໂຈມຕີໂດຍສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງໄດ້ຫຼາຍເຖິງ 71 ລູກ ຈາກທັງໝົດ 103 ລູກ, ຕໍ່ມາທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວວ່າລັດຖະບານສະຫະລັດ ອາເມຣິກາ ກຽມປະກາດມາດຕະການຂວໍ້າບາດຕໍ່ລັດເຊຍຄັ້ງໃໝ່ ໃນວັນຈັນນີ້ ທີ່ມີເປົ້າຢູ່ຕໍ່ໜ່ວຍງານ ແລະ ບຸກຄົນທີ່ສະໜັບສະໜູນໂຄງການອາວຸດເຄມີຂອງຊີຣີ.

ໃນອີກດ້ານໜຶ່ງ, ເຈົ້າໜ້າທີ່ຂອງອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນ ກຳລັງລົງພື້ນທີ່ກວດສອບຫຼັກຖານການໃຊ້ອາວຸດເຄມີໃນເມືອງດູມາ ຂອງຊີຣີ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງເຂດກູຕາ ຕາເວັນອອກ ໃກ້ກັບນະຄອນຫຼວງດາມັດສະກັດ ຕາມຄຳເຊີນຂອງລັດຖະບານຊີຣີ, ເຖິງຢ່າງໃດກໍ່ຕາມ ເລີ່ມມີການຕັ້ງຂໍ້ສັງເກດວ່າ ພາລະກິດຂອງອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນ ຈະມີປະໂຫຍດພຽງໃດ ເນື່ອງຈາກສະຖານະທີ່ທີ່ຕ້ອງກວດສອບສ່ວນໃຫຍ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກປະຕິບັດການໂຈມຕີທາງອາກາດຂອງສະຫະລັດ ອາເມຣິກາ ແລະ ພັນທະມິດ.

No comments

Powered by Blogger.