ກອງທັບຊີຣີ ປະກາດໄຊຊະນະບັ້ນຮົບເຂດກູຕາ ຕາເວັນອອກ ຢ່າງສົມບູນ - ອິດສະຫຼະ

ກອງທັບຊີຣີ ປະກາດໄຊຊະນະບັ້ນຮົບເຂດກູຕາ ຕາເວັນອອກ ຢ່າງສົມບູນ



ສຳນັກຂ່າວຕ່າງປະເທດລາຍງານ 15 ເມສາ 2018 ວ່າ: ກອງທັບຊີຣີອອກຖະແຫຼງການ ເມື່ອວັນເສົາ ທີ່ຜ່ານມາ ວ່າກອງກຳລັງຝ່າຍຕໍ່ຕ້ານລັດຖະບານທຸກກຸ່ມຖອນກຳລັງອອກຈາກເຂດກູຕາ ຕາເວັນອອກ ທີ່ຢູ່ຮອບນອກຂອງນະຄອນຫຼວງດາມັດສະກັດແລ້ວ ໂດຍກຸ່ມສຸດທ້າຍຄືກຸ່ມ Jaish al-Islam ຖອນກຳລັງອອກຈາກເມືອງດູມາ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນເຂດກູຕາ ຕາເວັນອອກ ເມື່ອທ້າຍອາທິດທີ່ຜ່ານມາ ໝາຍຄວາມວ່າໃນຕອນນີ້ເຂດກູຕາ ຕາເວັນອອກ ເປັນພື້ນທີ່ປອດກຸ່ມກໍ່ການຮ້າຍ.


ເຊິ່ງເຂດກູຕາ ຕາເວັນອອກຕົກຢູ່ທ່າມກາງວົງລ້ອມຂອງຝ່າຍລັດຖະບານ ມາຕັ້ງແຕ່ປີ 2012 ຈຶ່ງຖືເປັນໜຶ່ງໃນບັ້ນຮົບທີ່ແກ່ຍາວທີ່ສຸດໃນສົງຄາມກາງເມືອງຊີຣີ ທີ່ລະເບີດຂຶ້ນເມື່ອເດືອນມີນາ 2011, ເຖິງຢ່າງໃດກໍ່ຕາມ ກອງທັບຊີຣີທີ່ໄດ້ຮັບການສະໜັບສະໜູນຈາກລັດເຊຍ ແລະ ອີຣານ ໄດ້ເປີດສາກໂຈມຕີຄັ້ງໃຫຍ່ເມື່ອກາງເດືອນກຸມພາ 2018 ທີ່ຜ່ານມາ ການສູ້ຮົບຮອບນີ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,700 ​ຄົນ ຕາມການປະເມີນຂອງອົງການສັງເກດການດ້ານສິດທິມະນຸດຊີຣີ ໂດຍໃນຈຳນວນດັ່ງກ່າວປະມານ 60 ຄົນເປັນຜູ້ເສຍຊີວິດເມື່ອຕົ້ນເດືອນນີ້ ຈາກສາເຫດທີ່ສະຫະລັດ ອາເມຣິກາ ແລະ ພັນທະມິດຕາເວັນຕົກກ່າວອ້າງວ່າເປັນການໃຊ້ “ອາວຸດເຄມີ” ແລະ ໄດ້ຮ່ວມກັນປະຕິບັດການໂຈມຕີທາງອາກາດທຳລາຍເປົ້າໝາຍທາງຍຸດທະສາດ 3 ແຫ່ງ ທີ່ເຊື່ອມໂຍງກັບໂຄງການພັດທະນາອາວຸດເຄມີຂອງລັດຖະບານຊີຣີ ເມື່ອຕອນເຊົ້າມືດຂອງວັນທີ 14 ເມສາ 2018 ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ໃນດ້ານອົງການເພື່ອການຫ້າມໃຊ້ອາວຸດເຄມີ ອອກຖະແຫຼງການວ່າ ຄະນະປະຕິບັດງານພິເສດຍັງປັກຫຼັກຢູ່ທີ່ເມືອງດູມາ ຕາມຄຳເຊີນຂອງລັດຖະບານຊີຣີ ເພື່ອສຳຫຼວດຮ່ອງຮອຍຂອງການໃຊ້ອາວຸດເຄມີ ວ່າມີຈິງຫຼືບໍ່, ຂະນະທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ບໍ່ສາມາດຜ່ານມະຕິປະນາມປະຕິບັດການໂຈມຕີທາງທະຫານຂອງຕາເວັນຕົກ ຕາມການສະເໜີຂອງລັດເຊຍໃນຄັ້ງນີ້ໄດ້ ເນື່ອງຈາກສະຫະລັດ ອາເມຣິກາ, ອັງກິດ ແລະ ຝຣັ່ງ ເຊິ່ງເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນອຳນາດຢຸດຢັ້ງ ຫຼື ປະຕິເສດຮ່າງມະຕິດັ່ງກ່າວ ສ່ວນລັດເຊຍ ໄດ້ຮັບສຽງສະໜັບສະໜູນຈາກຈີນ ສະທ້ອນໃຫ້ເຫັນການແບ່ງຝ່າຍກັນຢ່າງຊັດເຈນຕໍ່ກໍລະນີຂອງຊີຣີ ໃນເວທີສາກົນ.





No comments

Powered by Blogger.