ສະພາອັງກິດ ແລະ ຝຣັ່ງ ຕ່າງບໍ່ພໍໃຈລັດຖະບານທີ່ຕັດສິນໃຈໂຈມຕີຊີຣີ ທີ່ທັງອັນຕະລາຍ ແລະ ຍັງບໍ່ມີຫຼັກຖານ - ອິດສະຫຼະ

ສະພາອັງກິດ ແລະ ຝຣັ່ງ ຕ່າງບໍ່ພໍໃຈລັດຖະບານທີ່ຕັດສິນໃຈໂຈມຕີຊີຣີ ທີ່ທັງອັນຕະລາຍ ແລະ ຍັງບໍ່ມີຫຼັກຖານ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2018 ວ່າ: ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີຂອງອັງກິດ ຖະແຫຼງຕໍ່ກອງປະຊຸມສະພາ ເມື່ອວັນຈັນ ທີ່ຜ່ານາມາວ່າ ທ່ານ ນາງ ເຂົ້າໃຈ ແລະ ຍອມຮັບປະຕິກິລິຍາຂອງສະມາຊິກສະພາຕໍ່ຄະນະລັດຖະບານ ເຊິ່ງທ່ານ ນາງ ຕ້ອງຊີ້ແຈງ ແລະ ສະແດງຄວາມຮັບຜິດຊອບ ຕໍ່ການຕັດສິນໃຈເຂົ້າຮ່ວມກັບສະຫະລັດ ອາເມຣິກາ ແລະ ຝຣັ່ງ ໃນປະຕິບັດການໂຈມຕີທາງອກາດຕໍ່ເປົ້າໝາຍທາງຍຸດທະສາດ 3 ແຫ່ງໃນຊີຣີ ເມື່ອວັນທີ 14 ເມສາ ທີ່ຜ່ານມາ ໂດຍທີ່ທ່ານ ນາງ ບໍ່ໄດ້ນຳບັນຫາດັ່ງກ່າວເຂົ້າສູ່ການພິຈາລະນາ ແລະ ລົງມະຕິຂອງສະພາກ່ອນ.


ນາຍົກລັດຖະມົນຕີຂອງອັງກິດຢືນຢັນວ່າ ການຕັດສິນໃຈຂອງທ່ານ ນາງ ໃນບັນຫາດັ່ງກ່າວນີ້ ບໍ່ກ່ຽວຂ້ອງກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ແຕ່ເປັນເພາະທ່ານ ນາງ ເຊື່ອໝັ້ນວ່າການກະທຳດັ່ງກ່າວເປັນສິ່ງທີ່ຖືກຕ້ອງ, ໃນດ້ານຂອງທ່ານ ເຈເຣມີ ຄໍບິນ ຫົວໜ້າພັກແຮງງານ ແລະ ຜູ້ນຳຝ່າຍຄ້ານກ່າວວ່າ ການຕັດສິນໃຈຂອງນາຍົກລັດຖະມົນຕີໃນຄັ້ງນີ້ ຖືເປັນເລື່ອງໃຫຍ່ ແລະ ອັນຕະລາຍຫຼາຍ ພ້ອມທັງຕຳໜິການທີ່ທ່ານ ນາງ ເຈດຕະນາທີ່ຈະບໍ່ນຳບັນຫາດັ່ງກ່າວເຂົ້າສູ່ສະພາ ແຕ່ເລືອກທີ່ຈະປະຕິບັດຕາມຄວາມຕ້ອງການ “ທີ່ແປກປະຫຼາດ” ຂອງຜູ້ນຳສະຫະລັດ ອາເມຣິກາ, ເຊິ່ງເມື່ອຫວນຄືນໄປເມື່ອປີ 2013 ສະພາອັງກິດ ມີມະຕິບໍ່ອະນຸຍາດໃຫ້ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີຂອງອັງກິດຂະນະນັ້ນ ເຂົ້າຮ່ວມປະຕິບັດການທາງທະຫານໃນຊີຣີ ກັບ ສະຫະລັດ ອາເມຣິກາ.

ໃນອີກດ້ານໜຶ່ງ, ທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ຢືນຢັນຕໍ່ກອງປະຊຸມສະພາ ທີ່ຈັດຂຶ້ນມື້ດຽວກັນກັບອັງກິດວ່າ ຝຣັ່ງດຳເນີນການກ່ຽວກັບສະຖານະການໃນຊີຣີບົນພື້ນຖານຂອງຄວາມຊອບທຳໃນລະດັບສາກົນ ແລະ ການຕັດສິນໃຈຂອງທ່ານໃນຄັ້ງນີ້ ເປັນໄປໃນຖານະຜູ້ນຳປະເທດທີ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນສ່ວນໃຫຍ່ ຜ່ານການເລືອກຕັ້ງຕາມຂະບວນການທາງປະຊາທິປະໄຕ, ເຖິງຢ່າງໃດກໍ່ຕາມ ທ່ານ ນາງ ມາຣີນ ເລີ ເປນ ຫົວໜ້າພັກແນວຮ່ວມແຫ່ງຊາດ ເຊິ່ງເປັນພັກປະຊານິຍົມຝ່າຍຂວາ ແລະ ທ່ານ ນາງ ໝັອງ-ລຸກ ເມລອງຊົງ ແກນນຳພັກຄອມມູນິດຝຣັ່ງ ພ້ອມໃຈກັນກ່າວຮຽກຮ້ອງໃຫ້ທ່ານ ເອມມານູເອວ ມາຄຼອງ ສະແດງຫຼັກຖານວ່າມີການໃຊ້ອາວຸດເຄມີ ໃນເມືອງດູມາ ຂອງຊີຣີ ທີ່ມີຢູ່ຈິງ ແລະ ວິຈານວ່າການເຄື່ອນໄຫວຂອງທ່ານ ເອມມານູເອວ ມາຄຼອງ ໃນຄັ້ງນີ້ ເປັນພຽງຄວາມຕ້ອງການປ່ຽນແປງຄວາມສົນໃຈຂອງປະຊາຊົນຝຣັ່ງ ຈາກຄວາມຂັດແຍ່ງລະຫວ່າງລັດຖະບານກັບສະຫະພາບແຮງງານຫຼືບໍ່.



No comments

Powered by Blogger.