ຊີຣີຖະແຫຼງແກ້ຂ່າວ, ບໍ່ມີການໂຈມຕີໃດໆເມື່ອຄືນນີ້ ແຕ່ຍິງຕອບໂຕ້ເພາະລະບົບເຕືອນໄພຜິດພາດ - ອິດສະຫຼະ

ຊີຣີຖະແຫຼງແກ້ຂ່າວ, ບໍ່ມີການໂຈມຕີໃດໆເມື່ອຄືນນີ້ ແຕ່ຍິງຕອບໂຕ້ເພາະລະບົບເຕືອນໄພຜິດພາດ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2018 ວ່າ: ທາງການຊີຣີອອກມາຖະແຫຼງວ່າ ເກີດຄວາມຜິດພາດໃນລະບົບເຕືອນໄພທາງອາກາດ ເມື່ອຄືນວັນຈັນທີ່ຜ່ານມາ ເຮັດໃຫ້ເກີດສຽງເຕືອນດັງທົ່ວເມືອງ ແລະ ໜ່ວຍປ້ອງກັນໄດ້ຍິງຂີປະນາວຸດຫຼາຍລູກຂຶ້ນສູ່ຟ້າ ເພື່ອສະກັດກັ້ນຂີປະນາວຸດຂອງສັດຕູທີ່ອາດຍິງມາທາງອາກາດ ໂດຍກອງທັບຊີຣີ ໄດ້ເປີດເຜີຍຕໍ່ສຳນັກຂ່າວ SANA ທີ່ເປັນກະບອກສຽງຂອງລັດຖະບານຊີຣີວ່າ: ເມື່ອຄືນທີ່ຜ່ານມາ ລະບົບເຕືອນໄພແຈ້ງວ່ານ່ານຟ້າຂອງຊີຣີຖືກບຸກລຸກ ເຮັດໃຫ້ສຽງເຕືອນໄພດັງ ແລະ ມີການຍິງຂີປະນາວຸດຫຼາຍລູກຂຶ້ນສະກັດ ແຕ່ບໍ່ມີການໂຈມຕີຈາກພາຍນອກແຕ່ຢ່າງໃດ.

ເຊິ່ງກ່ອນໜ້ານີ້, ສຳນັກຂ່າວ SANA ໄດ້ລາຍງານວ່າ ມີຂີປະນາວຸດ 6 ລູກແບບຍິງຈາກອາກາດສູ່ພື້ນ ຍິງໂຈມຕີເປົ້າໝາຍຖານທັບອາກາດເຊຣັດ ຢູ່ແຂວງຮອມ ທາງພາກຕາເວັນຕົກຂອງປະເທດ ແຕ່ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີ ສາມາດຍິງຈະຫຼວດສະກັດກັ້ນ ແລະ ທຳລາຍກາງອາກາດໄດ້ເກືອບທັງໝົດ ນອກຈາກນັ້ນ ຍັງມີການຍິງຂີປະນາວຸດໂຈມຕີຖານທັບອາກາດດູເມຍອີກດ້ວຍ ເຊິ່ງຕັ້ງຢູ່ໃກ້ກັບນະຄອນຫຼວງດາມັດສະກັດ ໂດຍບໍ່ໄດ້ລະບຸລາຍລະອຽດເພີ່ມເຕີມ.

ແລະ ພາຍຫຼັງການງານລາຍດັ່ງກ່າວຂອງສຳນັກຂ່າວ SANA ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ອອກມາປະຕິເສດວ່າບໍ່ມີປະຕິບັດການທາງທະຫານຂອງສະຫະລັດ ອາເມຣິກາໃນພື້ນທີ່ດັ່ງກ່າວ ແລະ ບໍ່ມີຄວາມເຫັນຈາກອິດສະຣາແອນ ທີ່ໂຈມຕີໃນດິນແດນຊີຣີຫຼາຍຄັ້ງ ແຕ່ເກືອບບໍ່ເຄີຍຍອມຮັບ.



No comments

Powered by Blogger.