ເກົາຫຼີໃຕ້ ຈະສ້າງສົນທິສັນຍາສັນຕິພາບ ກັບເກົາຫຼີເໜືອ ຖືເປັນຄັ້ງທຳອິດນັບຕັ້ງແຕ່ສິ້ນສຸດສົງຄາມເກົາຫຼີ - ອິດສະຫຼະ

ເກົາຫຼີໃຕ້ ຈະສ້າງສົນທິສັນຍາສັນຕິພາບ ກັບເກົາຫຼີເໜືອ ຖືເປັນຄັ້ງທຳອິດນັບຕັ້ງແຕ່ສິ້ນສຸດສົງຄາມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2018 ວ່າ: ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດເກົາຫຼີໃຕ້ ກ່າວໃນວັນພຸດນີ້ວ່າ: ລັດຖະບານເກົາຫຼີໃຕ້ ແລະ ພັນທະມິດ ລວມເຖິງສະຫະລັດ ອາເມຣິກາ ກຳລັງພິຈາລະນາແນວທາງຄວາມເປັນໄປໄດ້ຕາມແນວທາງວິທີການທູດ ເພື່ອນຳໄປສູ່ການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຢ່າງຖາວອນ ແລະ ເພື່ອສ້າງອະນາຄົດທີ່ດີຂຶ້ນໃຫ້ກັບປະຊາຊົນເກົາຫຼີເໜືອ ໂດຍໃນເບື້ອງຕົ້ນຈະຕ້ອງໄດ້ມີການປຶກສາຫາລືກັນ ທັງໃນກອງປະຊຸມສຸດຍອດລະຫວ່າງຜູ້ນຳຂອງທັງສອງປະເທດເໜືອ-ໃຕ້ ແລະ ລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ສະຫະລັດ ອາເມຣິກາ.
ຂະນະທີ່ແຫ່ງຂ່າວໃນທຳນຽບປະທານປະເທດເກົາຫຼີໃຕ້ເປີດເຜີຍວ່າ ໜຶ່ງໃນແນວທາງທີ່ເປັນໄປໄດ້ ທີ່ລັດຖະບານກຳລັງພິຈາລະນາຢ່າງລະອຽດຄື: ການຫັນເອົາຂໍ້ຕົກລົງຢຸດຍິງລະຫວ່າງສອງເກົາຫຼີ ໃຫ້ກາຍເປັນ “ສົນທິສັນຍາສັນຕິພາບແບບຍືນຍົງ” ເຊິ່ງໃນທາງທິດສະດີຖືວ່າເກົາຫຼີໃຕ້ ແລະ ເກົາຫຼີເໜືອຍັງຢູ່ໃນສະຖານະປະເທດຄູ່ສົງຄາມ ເນື່ອງຈາກສົງຄາມເກົາຫຼີທີ່ເກີດຂຶ້ນເມື່ອ 1950 ແລະ ແກ່ຍາວມາເຖິງເດືອນກໍລະກົດ 1953 ນັ້ນແມ່ນຢຸດຕິດ້ວຍຂໍ້ຕົກລົງຢຸດຍິງ ເຊິ່ງລົງນາມຮ່ວມກັນທີ່ຫ້ອງປະຊຸມ ບ້ານປັນມຸນຈອມ ທີ່ເປັນຊາຍແດນລະຫວ່າງສອງປະເທດເໜືອ-ໃຕ້.

ເຊິ່ງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ມີກຳນົດພົບປະຫາລືກັນທີ່ບ້ານປັນມຸນຈອມ ໃນວັນສຸກທີ 27 ເມສາ 2018 ນີ້ ເຊິ່ງຫຼັງຈາກນັ້ນປະມານ 1 ເດືອນ ຈະຕາມມາດ້ວຍການປະຊຸມຄັ້ງປະຫວັດສາດລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ.


No comments

Powered by Blogger.