ອຳນວຍການ CIA ຢ້ຽມຢາມເກົາຫຼີເໜືອ ເຂົ້າພົບທ່ານ ຄິມ ຈອງ-ອຶນ - ອິດສະຫຼະ

ອຳນວຍການ CIA ຢ້ຽມຢາມເກົາຫຼີເໜືອ ເຂົ້າພົບທ່ານ ຄິມ ຈອງ-ອຶນ



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2018 ວ່າ: ໜັງສືພິມ Washington Post ລາຍງານເມື່ອວັນອັງຄານທີ່ຜ່ານມາ ໂດຍອ້າງອີງຈາກການໃຫ້ສຳພາດຂອງແຫຼ່ງຂ່າວລະດັບສູງໃນທຳນຽບຂາວວ່າ ທ່ານ ໄມ ພອມແພວ ຜູ້ນຳນວຍການສຳນັກງານຂ່າວກອງກາງ (CIA) ແລະ ວ່າທີ່ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ເມື່ອຕົ້ນເດືອນນີ້ ແລະ ໄດ້ເຂົ້າພົບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເພື່ອປຶກສາຫາລືກ່ຽວກັບການພົບປະຫາລືຢ່າງເປັນທາງການລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ.

ລາຍງານດັ່ງກ່າວຂອງ Washington Post ໄດ້ຮັບການເຜີຍແຜ່ອອກມາໃນເວລາດຽວກັນກັບທີ່ ທ່ານ ໂດໂນ ທຣຳ ກ່າວລະຫວ່າງການພົບປະຫາລືກັບທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນລັດຟໍຣິດາ ວ່າມີການປຶກສາຫາລືລະດັບສູງສຸດ ລະຫວ່າງເຈົ້າໜ້າທີ່ຂອງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ເຊິ່ງເປັນນິມິດໝາຍໃນການເລີ່ມຕົ້ນທີ່ດີ ທີ່ຈະນຳໄປສູ່ການຜ່ອນຄາຍຄວາມຂັດແຍ່ງຢູ່ແຫຼມເກົາຫຼີ ແລະ ທ່ານ ກັບ ຄະນະກຳລັງພິຈາລະນາສະຖານທີ່ຢ່າງໜ້ອຍ 5 ແຫ່ງ ສຳລັບການຈັດການພົບປະຫາລືຄັ້ງນີ້ ໂດຍຈະເປັນຄັ້ງທຳອິດ ແລະ ຄັ້ງປະຫວັດສາດທີ່ຜູ້ນຳສູງສຸດຂອງສະຫະລັດ ອາເມຣິກາ ກັບ ຜູ້ນຳເກົາຫຼີເໜືອຈະປະຊຸມຮ່ວມກັນ.

ຂະນະທີ່ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວກ່າວເຖິງເລື່ອງນີ້ວ່າ: ມີການຕິດຕໍ່ລະດັບສູງສຸດ ລະຫວ່າງຜູ້ນຳທັງສອງປະເທດຈິງ ແຕ່ທ່ານ ໂດໂນ ທຣຳ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອຍັງບໍ່ໄດ້ໂອ້ລົມກັນໂດຍກົງ,​ ເຖິງຢ່າງໃດກໍ່ຕາມ ທ່ານ ນາງ ຊາຣາ ແຊນເດີ ປະຕິເສດທີ່ຈະກ່າວເຖິງການລາຍງານຂອງ Washington Post ເຊັ່ນດຽວກັນກັບ CIA ທີ່ຍັງບໍ່ສະແດງທ່າທີ່ຕໍ່ເລື່ອງທີ່ເກີດຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ກຳນົດການປະຊຸມສຸດຍອດລະດັບຜູ້ນຳກ່ຽວກັບສະຖານະການຢູ່ແຫຼມເກົາຫຼີ ທີ່ໄດ້ຮັບການຢືນຢັນຈາກທຸກຝ່າຍທີ່ກ່ຽວຂ້ອງຢ່າງເປັນທາງການແລ້ວຄື: ການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງເກົາຫຼີ ໃນວັນສຸກທີ 27 ເມສາ 2018 ນີ້.



No comments

Powered by Blogger.