ທ່ານ ປູຕິນ ສະແດງບັນຊີຊັບສິນ ມີລາຍຮັບ 3 ແສນໂດລາ ເມື່ອປີ 2017 - ອິດສະຫຼະ

ທ່ານ ປູຕິນ ສະແດງບັນຊີຊັບສິນ ມີລາຍຮັບ 3 ແສນໂດລາ ເມື່ອປີ 2017



ສຳນັກຂ່າວຕ່າງປະເທດລາຍງານ 18 ເມສາ 2018 ວ່າ: ທຳນຽບປະທານປະເທດລັດເຊຍເຜີຍແຜ່ບັນຊີສະແດງລາຍການຊັບສິນຂອງເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະບານລັດເຊຍ ເມື່ອວັນອັງຄານ ທີ່ຜ່ານມາ, ໂດຍໃນສ່ວນຂອງທ່ານ ປູຕິນ ປະທານປະເທດລັດເຊຍ ລະບຸມີລາຍໄດ້ໝົດປີໃນປີ 2017 ມີ 18.7 ລ້ານຣູໂບ (302,000 ໂດລາສະຫະລັດ) ສ່ວນຊັບສິນໃນຊື່ຂອງທ່ານ ປູຕິນ ຄືອະພາດເມັ້ນ ຂະໜາດ 77 ຕາລາງແມັດ ແລະ ບ່ອນຈອດລົດ, ແຕ່ດິນຂະໜາດ 1,500 ຕາລາງແມັດທີ່ປາກົດຢູ່ໃນລາຍການຊັບສິນຂອງທ່ານ ປູຕິນ ເມື່ອປີທີ່ຜ່ານມາ ບໍ່ມີຢູ່ໃນບັນຊີລາຍຊື່ຊັບສິນໃນປີນີ້.

ໃນດ້ານຂອງທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີລັດເຊຍ ທີ່ຖືກທ່ານ ອະເລັກຊີ ນາວັນນີ ຜູ້ນຳຝ່າຍຄ້ານກ່າວຫາມາໂດຍຕະຫຼອດວ່າ ຮັ່ງມີຜິດປົກກະຕິ ສະແດງບັນຊີລາຍໄດ້ ປີ 2017 ມີ 8.56 ລ້ານຣູໂບ ພ້ອມອະພາດເມັ້ນ 1 ຫ້ອງ ແລະ ດິນອີກຕອນໜຶ່ງ.


ຂະນະທີ່ທ່ານ ເດີມິຕຣີ ເປສຄັອບ ໂຄສົກທຳນຽບປະທານປະເທດລັດເຊຍ ຍື່ນສະແດງລາຍໄດ້ປະຈຳປີ 2017 ມີ 14.3 ລ້ານຣູໂບ ແຕ່ພັນລະຍາຂອງທ່ານ ເດີມີຕຣີ ເປສຄັອບ ຄືທ່ານ ນາງ ທາເທຍນາ ນາບກາ ນັກສະເກັດນ້ຳແຂງອາຊີບຊື່ດັ່ງ ແລະ ເຄີຍໄດ້ຫຼຽນຄຳກີລາໂອລິມປິກ ມີຊື່ປາກົດໃນເອກະສານລັບ Panama Paper ວ່າທ່ານ ນາງ ເປັນຜູ້ບໍລິຫານລະດັບສູງຂອງບໍລິສັດຂະໜາດໃຫຍ່ 2 ແຫ່ງທີ່ໄດ້ຜົນປະໂຫຍດຈາກສຳປະທານລັດຫຼາຍໂຄງການ ແລະ ທ່ານ ນາງ ມີລາຍໄດ້ສ່ວນຕົວຫຼາຍເຖິງ 200 ລ້ານຣູໂບເມື່ອປີ 2017 ເພີ່ມຂຶ້ນ 60% ຈາກປີ 2016.

ເຊິ່ງໃນສ່ວນຂອງນັກການເມືອງລັດເຊຍ ທີ່ສະແດງບັນຊີຊັບສິນວ່າມີລາຍໄດ້ສູງທີ່ສຸດຄື ທ່ານ ກຼີກໍຣີ ອະນິເຄເຢບ ສະມາຊິກສະພາ ອາຍຸ 46 ປີ ມີລາຍໄດ້ຫຼາຍເຖິງ 4,300 ລ້ານຣູໂບ ໃນປີ 2017 ເພີ່ມຂຶ້ນ 8 ເທົ່າຈາກປີ 2016 ແລະ ຕິດອັນດັບ 1 ໃນ 200 ຊາວລັດເຊຍທີ່ມີຖານະຮັ່ງມີທີ່ສຸດ ຈາກການຈັດອັນດັບຂອງວາລະສານ Forbes.


No comments

Powered by Blogger.