ທ່ານ ແຈັກ ໝ່າ ປະທານກຸ່ມ Alibaba ຈະລົງທຶນໃນໄທ ມູນຄ່າ 11 ພັນລ້ານບາດ - ອິດສະຫຼະ

ທ່ານ ແຈັກ ໝ່າ ປະທານກຸ່ມ Alibaba ຈະລົງທຶນໃນໄທ ມູນຄ່າ 11 ພັນລ້ານບາດ



ສຳນັກຂ່າວຕ່າງປະເທດລາຍງານ 19 ເມສາ 2018 ວ່າ: ທ່ານ ແຈັກ ໝ່າ (Jack Ma) ຜູ້ສ້າງຕັ້ງ ແລະ ປະທານກຳມະການບໍລິຫານກຸ່ມບໍລິສັດ Alibaba ເຂົ້າພົບທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ທີ່ນະຄອນຫຼວງບາງກອງ ເພື່ອປຶກສາຫາລືການລົງທຶນໃນເຂດຖະກິດພິເສດພາກຕາເວັນອອກ ຂອງໄທ, ແລະ Alibaba ໄດ້ກຽມແຜນການກໍ່ສ້າງພື້ນຖານໂຄງລ່າງ Smart Digital Hub ໃນເຂດເສດຖະກິດດັ່ງກ່າວ ມູນຄ່າການລົງທຶນ 11,000​ ລ້ານບາດ ທີ່ຈະເລີ່ມກໍ່ສ້າງພາຍໃນປີ 2018-2019.


ເຊິ່ງໂຄງການດັ່ງກ່າວຈະປະກອບໄປດ້ວຍ ດິຈິຕ້ອນແພັດຟອມ, ສູນກະຈາຍສິນຄ້າ, ການຂົນສົ່ງທີ່ຮ່ວມມືກັບໄປສະນີຂອງໄທ ລວມເຖິງການລົງທຶນດ້ານລະບົບ IT, ລະບົບອັດຕະໂນມັດ ແລະ ຫຸ່ນຍົນທີ່ເປີດໃຫ້ຜູ້ປະກອບການ SMEs ໄທສາມາດວາງລະບົບເຂົ້າຮ່ວມໄດ້. ເຊິ່ງ Smart Digital Hub ເປັນໂຄງການທີ່ອາໄສເຕັກໂນໂລຊີດ້ານການປະມວນຜົນຂໍ້ມູນໂລຈິດສະຕິກ ເພື່ອເຮັດໃຫ້ການຂົນສົ່ງສິນຄ້າລະຫວ່າງໄທ ກັບ ຈີນ, ການຂົນສົ່ງສິນຄ້າຂ້າມຊາຍແດນສູ່ປະເທດເພື່ອບ້ານ (CLMV) ແລະ ໄດ້ຍັງເຂດອື່ນໆໃນທົ່ວໂລກ.

ເຊິ່ງກຸ່ມບໍລິສັດ Alibaba ໄດ້ລົງນາມບັນທຶກຄວາມເຂົ້າໃຈ (MOU) ເພື່ອຮອງຮັບການພັດທະນາ Smart Digital Hub and Digital Transformation Strategic Partnership ຈຳນວນ 4 ສະບັບຄື: 1). ການພັດທະນາບຸກຄະລາກອນໃນດ້ານດິຈິຕ້ອນ ແລະ ການສົ່ງເສີມທຸລະກິດຜ່ານ E-Commerce, 2) ໂຄງການຮ່ວມສົ່ງເສີມພັດທະນາຄວາມສາມາດ້ານດິຈິຕ້ອນ E-Commerce ສຳລັບຜູ້ປະກອບການ SME ແລະ Startup ຂອງໄທ, 3) Alibaba ຈະຮ່ວມມືກັບການທ່ອງທ່ຽວແຫ່ງປະເທດໄທ ໃນການສ້າງ Thailand Tourism Platform ສຳລັບປະເທດໂດຍສະເພາະ ເພື່ອສົ່ງເສີມການທ່ອງທ່ຽວໄທ ແລະ 4). ກະຊວງການຄ້າຂອງໄທຈະຮ່ວມມືກັບ Alibaba ໃນການເປີດຕົວ Thai Rice Flagship Store ໃນເວັບ Tmall.com ເພື່ອເປັນສື່ກາງໃນການນຳສິນຄ້າກະສິກຳເຊັ່ນ: ເຂົ້າ ແລະ ໝາກຖົ່ວລຽນ ຂາຍທາງອອນລາຍໃນຕະຫຼາດຈີນເປັນຫຼັກ.


No comments

Powered by Blogger.