ການຊ້ອມຮົບບາລິກາຕັນ ປີນີ້, ນອກຈາກ ສ.ອາເມຣິກາ-ຟິລິບປິນແລ້ວ ຈະມີຍີ່ປຸ່ນ ແລະ ອົດສະຕຣາລີເຂົ້າຮ່ວມນຳ - ອິດສະຫຼະ

ການຊ້ອມຮົບບາລິກາຕັນ ປີນີ້, ນອກຈາກ ສ.ອາເມຣິກາ-ຟິລິບປິນແລ້ວ ຈະມີຍີ່ປຸ່ນ ແລະ ອົດສະຕຣາລີເຂົ້າຮ່ວມນຳ



ສຳນັກຂ່າວຕ່າງປະເທດລາຍງານ 20 ເມສາ 2018 ວ່າ: ຟິລິບປິນ ກັບ ສະຫະລັດ ອາເມຣິກາ ແມ່ນໄດ້ມີການຈັດຕັ້ງການຊ້ອມຮົບພາຍໃຕ້ລະຫັດ ບາລິກາຕັນ “Balikatan” (ຄຽງບ່າຄຽງໄຫຼ່) ເປັນຈຳປະຈຳທຸກປີ ເພື່ອທົດສອບຄວາມພ້ອມຂອງກອງທັບ ໃນການຕອບສະໜອງກັບໄພຮຸກຮານຕ່າງໆ ທີ່ລວມເຖິງໄພພິບັດທາງທຳມະຊາດ ແລະ ການໂຈມຕີຂອງກຸ່ມກໍ່ການຮ້າຍ.
ຖະແຫຼງການຂອງສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງມະນິລາ ຂອງຟິລິບປິນ ເມື່ອວັນທີ 19 ເມສາ ທີ່ຜ່ານມາລະບຸວ່າ: ປີນີ້ ອົດສະຕຣາລີ ແລະ ຍີ່ປຸ່ນ ທີ່ເປັນ 2 ປະເທດພັນທະມິດຂອງສະຫະລັດ ອາເມຣິກາ ແລະ ຖືເປັນຮຸ້ນສ່ວນທາງຍຸດທະສາດກັບຟິລິບປິນ ຈະເຂົ້າຮ່ວມການຊ້ອມຮົບໃນຫຼາຍສະຖານທີ່ ຢູ່ເກາະລູຊອນ ເລີ່ມຕັ້ງແຕ່ວັນທີ 7 ພຶດສະພາ 2018 ນີ້, ສ່ວນອັງກິດໄດ້ຮັບເຊີນໃຫ້ເຂົ້າຮ່ວມສັງເກດການ ການເຝິກຊ້ອມພາລະກິດຫຼຸດຜ່ອນຄວາມທຸກຈາກໄພພິບັດທາງທຳມະຊາດດ້ວຍ.

ການຊ້ອມຮົບບາລິກາຕັນ ຄັ້ງທີ 34 ນີ້ ຈະໃຊ້ເວລາ 2​ ອາທິດ ເນັ້ນໄປທີ່ການປ້ອງກັນໄພຮຸກຮານຮ່ວມ,​ ການຕໍ່ຕ້ານການກໍ່ການຮ້າຍ, ການຊ່ວຍເຫຼື້ອດ້ານມະນຸດສະທຳ ແລະ ການຫຼຸດຜ່ອນໄພພິບັດ.

ທະຫານຈາກກອງທັບສະຫະລັດ ອາເມຣິກາ, ອົດສະຕຣາລີ, ຍີ່ປຸ່ນ ແລະ ຟິລິບປິນ ຈະໄດ້ມີການປົວແປງໂຮງຮຽນຫຼາຍແຫ່ງ ໃນ 4 ແຂວງ ພາກທິດເໜືອຂອງນະຄອນຫຼວງມະນິລາ, ຮ່ວມກັນໃຫ້ບໍລິການກວດສຸຂະພາບ ແລະ ກວດສຸຂະພາບໃນປາກ ໃຫ້ກັບເຂດຊົນນະບົດທີ່ທຸກຍາກ.

ທ່ານ ລິສໂຊ ວິດໍລອນ (Liezl Vidallon) ໂຄສົກກອງທັບຟິລິບປິນ ກ່າວວວ່າ 4 ປະເທດຈະແລກປ່ຽນ ແລະ ແບ່ງປັນຂໍ້ມູນ ແລະ ຊ້ອມຮົບຮ່ວມກັນດ້ວຍອາວຸດຈິງ.

ການຊ້ອມຮົບບາລິກາຕັນ ຖືກຫຼຸດລະດັບລົງເມື່ອປີທີ່ຜ່ານມາ ເພື່ອຕອບສະໜອງຕໍ່ຄວາມກຽດຊັງຂອງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ທີ່ມີຕໍ່ການເປັນພັນທະມິດທາງທະຫານລະຫວ່າງສະຫະລັດ ອາເມຣິກາ ກັບ ຟິລິບປິນ, ທ່ານ ດູເຕເຕ ສະແດງຄວາມບໍ່ພໍໃຈຕໍ່ສະຫະລັດ ອາເມຣິກາຢ່າງເປີດເຜີຍ ແລະ ເຊື່ອວ່າການປາກົດຕົວຂອງກອງທັບສະຫະລັດ ອາເມຣິກາ ບໍ່ວ່າໃນຮູບແບບໃດໃນຟິລິບປິນ ຈະເຮັດໃຫ້ປະເທດຂອງຕົນສ່ຽງຖືກລາກເຂົ້າສູ່ຄວາມຂັດແຍ່ງ ໂດຍສະເພາະກັບຈີນ ທີ່ກຳລັງເສີມກຳລັງທາງທະຫານໃນທະເລ.

ນອກຈາກນີ້, ທ່ານ ດູເຕເຕ ຍັງເຄີຍກ່າວຊົມເຊີຍຈີນ ແລະ ລັດເຊຍ ພ້ອມທັງຍັງໄດ້ເຊີນເຮືອຮົບຂອງທັງ 2 ປະເທດໄປຍັງປະເທດຟິລິບປິນ ເພື່ອຮ່ວມກັນເຝິກຊ້ອມຮົບອີກດ້ວຍ.

(ພາບ: ການຊ້ອມຮົບ ບາລິກາຕັນ ເມື່ອເດືອນພຶດສະພາ ປີ 2017 ທີ່ຜ່ານມາ)








No comments

Powered by Blogger.