ເກົາຫຼີເໜືອ ຈະປົດອາວຸດນິວເຄຼຍ ຖ້າ ສ.ອາເມຣິກາ ຖອນທະຫານທັງໝົດອອກຈາກເກົາຫຼີໃຕ້ - ອິດສະຫຼະ

ເກົາຫຼີເໜືອ ຈະປົດອາວຸດນິວເຄຼຍ ຖ້າ ສ.ອາເມຣິກາ ຖອນທະຫານທັງໝົດອອກຈາກເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 20 ເມສາ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກ່າວເມື່ອວັນພະຫັດ ທີ່ຜ່ານມາວ່າ: ຂໍ້ຕົກລົງຢຸດຍິງສົງຄາມເກົາຫຼີທີ່ຍາວນານເຂົ້າສູ່ປີທີ 65 ແລ້ວນັ້ນ ຕ້ອງມີມື້ສິ້ນສຸດ ຫາກການປະຊຸມສຸດຍອດຜູ້ນຳເກົາຫຼີເໜືອ ກັບ ເກົາຫຼີໃຕ້ ແລະ ການປະຊຸມລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ສະຫະລັດ ອາເມຣິກາ ສາມາດປູທາງສູ່ການປົດອາວຸດນິວເຄຼຍເປັນການຖາວອນຢູ່ແຫຼມເກົາຫຼີໄດ້ ໂດຍສ່ວນຕົວທ່ານເຊື່ອໝັ້ນວ່າສົນທິສັນຍາສັນຕິພາບບໍ່ແມ່ນເລື່ອງຫ່າງໄກຄວາມຈິງອີກຕໍ່ໄປ.

ຜູ້ນຳເກົາຫຼີໃຕ້ກ່າວຕໍ່ອີກວ່າ ລັດຖະບານເກົາຫຼີເໜືອສະແດງຄວາມມຸ່ງໝັ້ນຢ່າງຊັດເຈນຕໍ່ການເຊື່ອມໂຍງກັບປະຊາຄົມໂລກໃຫ້ຫຼາຍຂຶ້ນ, ໃນບັນຫາການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີຢ່າງຖາວອນນັ້ນ ຍອມຮັບວ່າຍັງໄວເກີນໄປທີ່ຈະຢືນຢັນຕັ້ງແຕ່ຕອນນີ້ ວ່າຈະປະສົບຄວາມສຳເລັດ ເນື່ອງຈາກຕ້ອງຂຶ້ນຢູ່ກັບການພົບປະຫາລືລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງ-ອຶນ ດ້ວຍ.

ເຊິ່ງເກົາຫຼີເໜືອຢືນຢັນຄຳເດີມມາໂດຍຕະຫຼອດວ່າ ຈຳເປັນຢ່າງຍິ່ງທີ່ຈະຕ້ອງມີອາວຸດນິວເຄຼຍ ເພື່ອປ້ອງກັນຕົນເອງຈາກການຮຸກຮານຂອງສະຫະລັດ ອາເມຣິກາ, ຂະນະທີ່ເຈົ້າໜ້າທີ່ລະດັບສູງຂອງຈີນ ແລະ ເກົາຫຼີໃຕ້ຍັງຄົງມີຄວາມເຊື່ອໄປໃນທາງດຽວກັນວ່າ: ການປົດອາວຸດນິວເຄຼຍຢ່າງສົມບູນຂອງເກົາຫຼີເໜືອ ອາດຕ້ອງແລກກັບການທີ່ສະຫະລັດ ອາເມຣິກາ ຖອນທະຫານທັງໝົດທີ່ຕອນນີ້ມີຢູ່ປະມານ 28,000 ຄົນ ອອກຈາກເກົາຫຼີໃຕ້ ເຊິ່ງເປັນເງື່ອນໄຂທີ່ລັດຖະບານສະຫະລັດ ອາເມຣິກາ ຍາກທີ່ຈະຍອມຮັບ.

ເຖິງຢ່າງໃດກໍ່ຕາມ, ສຳນັກຂ່າວກາງເກົາຫຼີ (KCNA) ສະເໜີລາຍງານໃນເວລາໄລ່ເລ່ຍກັບການຖະແຫຼງຂອງທ່ານ ມູນ ແຈ-ອິນວ່າ ຄະນະກຳມະການກົມການມເືອງສູນກາງພັກແຮງງານເກົາຫຼີ ຈະປະຊຸມຄັ້ງສຳຄັນໃນວັນສຸກ ທີ 20 ເມສາ ນີ້ ເພື່ອຕັດສິນໃຈດ້ານນະໂຍບາຍສຳຄັນ ທີ່ຈະເປັນການກ້າວສູ່ບັນທັດຖານໃໝ່ ຂອງຊ່ວງໄລຍະເວລາສຳຄັນທາງປະຫວັດສາດຂອງການພັດທະນາຕາມແນວທາງປະຕິບັດເກົາຫຼີ.

ໃນອີກດ້ານໜຶ່ງ ນັກວິເຄາະຕ່າງກໍ່ຄາດການເຖິງຄວາມເປັນໄປໄດ້ ຂອງສະຖານທີ່ໃນການຈັດກອງປະຊຸມຄັ້ງປະຫວັດສາດລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງ-ອຶນ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ກ່າວວ່າ ມີສະຖານທີ່ຢ່າງໜ້ອຍ 5 ແຫ່ງ ຢູ່ໃນການພິຈາລະນາ ໂດຍທີ່ມີການຄາດການກັນຄື: ນະຄອນອູລານບາຕໍ ເມືອງຫຼວງຂອງມົງໂກລີ ປະເທດທີ່ມີຄວາມສຳພັນອັນດີກັບທັງເກົາຫຼີເໜືອ ແລະ ສະຫະລັດ ອາເມຣິກາ, ຕາມດ້ວຍສະວິດ ປະເທດເຊິ່ງມີນະໂຍບາຍການເມືອງລະຫວ່າງເປັນທີ່ເປັນກາງ ແລະ ເປັນສະຖານທີ່ຮ່ຳຮຽນໃນຊ່ວງໄວເດັກ ແລະ ໄວໜຸ່ມຂອງທ່ານ ຄິມ ຈອງ-ອຶນ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວ.

ລາຍງານບາງກະແສຄາດການປະເທດໃນອາຊີຕາເວັນອອກສຽງໃຕ້ ທີ່ອາດຈະເປັນຫວຽດນາມ ຫຼື ສິງກະໂປ, ຂະນະທີ່ອີກໜຶ່ງປະເທດທີ່ມີຄວາມເປັນໄປໄດ້ຫຼາຍຄື: ຊູແອດ ຈາກການທີ່ທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ເດີນທາງຢ້ຽມຢາມເມື່ອເດືອນມີມາ ທີ່ຜ່ານມາ, ເຊິ່ງນະຄອນຫຼວງສະຕັອກໂຮມ ປະເທດຊູແອດ ເປັນປະເທດທຳອິດໃນຕາເວັນຕົກ ທີ່ເກົາຫຼີເໜືອເປີດສະຖານທູດ ເມື່ອປີ 1975 ແລະ ຍັງມີສະຖານທິດຊູແອດ ປະຈຳນະຄອນຫຼວງປຽງຢາງອີກດ້ວຍ ທີ່ເປັນຜູ້ປະສານງານຫຼັກລະຫວ່າງເກົາຫຼີເໜືອ ກັບ ຕາເວັນຕົກໃນຫຼາຍເລື່ອງຜ່ານມາ.


No comments

Powered by Blogger.