ກະຊວງກະສິກຳແຈ້ງ ໃຫ້ລະວັງການແຜ່ລະບາດຂອງພະຍາດຫ່ຽວເຫຼືອງກ້ວຍ - ອິດສະຫຼະ

ກະຊວງກະສິກຳແຈ້ງ ໃຫ້ລະວັງການແຜ່ລະບາດຂອງພະຍາດຫ່ຽວເຫຼືອງກ້ວຍ



ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງ ເລກທີ 0827/ກປ ລົງວັນທີ 5 ເມສາ 2018 ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ຕໍ່ການສະກັດກັ້ນ, ເຝົ້າລະວັງ ແລະ ກຳຈັດການລະບາດຂອງພະຍາດຫ່ຽວເຫຼືອງກ້ວຍ.

ເຊິ່ງໃນໄລຍະຜ່ານມາ, ການປູກກ້ວຍຂອງຊາວກະສິກອນ, ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການປູກກ້ວຍຫອມຈີນ (Canvendish) ຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ,​ ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງໄຊຍະບູລີ. ອີກຈຳນວນໜຶ່ງຢູ່ທາງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງວຽງຈັນ, ແຂວງສາລະວັນ ແລະ ແຂວງອັດຕະປີ ເຊິ່ງມີເນື້ອທີ່ທັງໝົດ 23,000 ກວ່າເຮັກຕາ,​ໄປຄຽງຄູ່ກັບຂະບວນການດັ່ງກ່າວ, ກໍ່ເກີດມີການລະບາດຂອງພະຍາດຫ່ຽວເຫຼືອງກ້ວຍ (Fusarium wilt, TR4) ຢູ່ບາງເຂດເຊັ່ນ: ໃນຊ່ວງປີ 2016-2017 ທີ່ຜ່ານມາ, ທີມງານວິຊາການສູນປ້ອງກັນພືດ, ໄດ້ລົງສຳຫຼວດ ແລະ ໄດ້ພົບເຫັນການລະບາດຂອງພະຍາດດັ່ງກ່າວ ຢູ່ສວນຂອງບັນດາບໍລິສັດທີ່ມາລົງທຶນໃນ 3 ແຂວງຄື: ແຂວງບໍ່ແກ້ວ (ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ), ຢູ່ແຂວງຫຼວງນ້ຳທາ (ເມືອງນ້ຳທາ, ເມືອງສິງ ແລະ ເມືອງລອງ) ແລະ ຢູ່ແຂວງວຽງຈັນ (ເມືອງວັງວຽງ) ພະຍາດຫ່ຽວເຫຼືອງກ້ວຍນີ້, ມີຄວາມທົນຕໍ່ສະພາບແວດລ້ອມ ສາມາດພັກຕົວຢູ່ໃນດິນໄດ້ນານກວ່າ 30 ປີ.

ພະຍາດດັ່ງກ່າວນີ້, ບໍ່ພຽງແຕ່ເກີດກັບຊະນິດພັນກ້ວຍຫອມຈີນເທົ່ານັ້ນ, ແຕ່ຍັງສາມາດຕິດຕໍ່ໄປສູ່ແນວພັນກ້ວຍພື້ນເມືອງອື່ນໆໄດ້ອີກເຊັ່ນ: ກ້ວຍນ້ຳ, ກ້ວຍເລັບມືນາງ... ນອກນັ້ນ, ພືດອື່ນໆ ເຊັ່ນ: ໄມ້ປະດັບຕະກຸນ Heliconia ແລະ ປະເພດຫຍ້າກໍ່ສາມາດຕິດພະຍາດນີ້ໄດ້. ເຊື້ອພະຍາດນີ້, ຈະເຂົ້າທຳລາຍລະບົບຮາກ, ເຮັດໃຫ້ຮາກ ແລະ ເຫງົ້າເນົ່າ ຈາກນັ້ນ ຈະໄປທຳລາຍລະບົບທໍ່ລຳລຽງນ້ຳ, ທໍ່ລຳລຽງອາຫານ ເຮັດໃຫ້ໃບຫ່ຽວ, ມີສີເຫຼືອງ, ຂອບໃນແຫ້ງ, ຕົ້ນກ້ວຍທີ່ຕິດພະຍາດນີ້ ຈະໃຫ້ຜົນຜະລິດໜ້ອຍລົງ, ໝາກລີບ...

ເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດພືດດັ່ງກ່າວ, ບໍ່ໃຫ້ແຜ່ຂະຫຍາຍໄປສູ່ເຂດອື່ນ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງ:

ໃຫ້ກົມປູກຝັງ ຮີບຮ້ອນປະສານສົມທົບ ກັບພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ, ດ່ານກັກກັນພືດ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີຄວາມເຂັ້ມງວດ ໃນການສະກັດກັ້ນ, ເຝົ້າລະວັງ ແລະ ກຳຈັດ ພະຍາດຫ່ຽວເຫຼືອງກ້ວຍ ຕາມມາດຕະການທີ່ຈຳເປັນຮີບດ່ວນດັ່ງນີ້:

ກ. ສຳລັບມາດຕະການລວມ ໃຫ້ເອົາໃຈໃສ່ດັ່ງນີ້:
1. ໃຫ້ເຈົ້າໜ້າທີ່ກັກກັນພືດ ຕາມດ່ານຊາຍແດນຕ່າງໆ ເພີ່ມທະວີຄວາມເຂັ້ມງວດກວດກາການນຳເຂົ້າແນວພັນ ແລະ ໜໍ່ພັນກ້ວຍ, ກວດກາໃບຢັ້ງຢືນສຸຂານາໄມພືດ ທີ່ອອກໃຫ້ໂດຍອົງການປ້ອງກັນພືດແຫ່ງຊາດຂອງປະເທດຕົ້ນທາງ (ປະເທດສົ່ງອອກ), ຖ້າບໍ່ມີໃບຢັ້ງຢືນສຸຂານາໄມພືດ ແມ່ນຫ້າມນຳເຂົ້າຢ່າງເດັດຂາດ.

2. ຫ້າມທຸກການເຄື່ອນຍ້າຍໜໍ່ພັນກ້ວຍ ແລະ ດິນ ຈາກພື້ນທີ່ທີ່ມີການລະບາດຂອງພະຍາດດັ່ງກ່າວເຊັ່ນ: ພື້ນທີ່ພົບເຫັນການລະບາດຢູ່ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງວຽງຈັນ ເຊິ່ງມີຄວາມສ່ຽງສູງທີ່ຈະຕິດຕໍ່ໄປສູ່ເຂດອື່ນ.

ຂ. ມາດຕະການສະເພາະໃນເຂດທີ່ມີການລະບາດ ໃຫ້ປະຕິບັດດັ່ງນີ້:
1. ພື້ນທີ່ທີ່ມີການລະບາດຂອງພະຍາດຫ່ຽວເຫຼືອງກ້ວຍ ແມ່ນບໍ່ອະນຸຍາດໃຫ້ປູກກ້ວຍຊ້ຳຄືນ ໃສ່ໃນເຂດດັ່ງກ່າວອີກ.

2. ໃຫ້ທຳຄວາມສະອາດ ໂດຍການຂຸດໜໍ່ ຫຼື ເຫງົ້າກ້ວຍ ມາທຳລາຍຖິ້ມ, ໃຫ້ໄຖດິນຕາກແດດໄວ້ໄລຍະໜຶ່ງ ແລ້ວຈຶ່ງປູກພືດອື່ນທົດແທນການປູກກ້ວຍ.

3. ບຸກຄົນທີ່ເຮັດວຽກໃນສວນກ້ວຍ,​ ອຸປະກອນຮັບໃຊ້ໃນການກຽມດິນ, ເຄື່ອງມືອື່ນໆ ທີ່ນຳໃຊ້ໃນເຂດພື້ນທີ່ພົບການລະບາດພະຍາດຫ່ຽວເຫຼືອງກ້ວຍ (Fusarium wilt, TR4) ຕ້ອງອະນາໄມດ້ວຍຢາຂ້າເຊື້ອກ່ອນຈະນຳເອົາໄປໃຊ້ໃນພື້ນທີ່ອື່ນ.

ຄ. ລັກສະນະອາການຂອງພະຍາດຫ່ຽວເຫຼືອງກ້ວຍ (Fusariun wilt, TR4) ໃຫ້ເອົາໃຈໃສ່ສັງເກດ ດັ່ງລຸ່ມນີ້:
1. ໃບ: ເບື້ອງຕົ້ນ ມີສີເຫຼືອງ, ຫ່ຽວ, ຂອບໃບແຫ້ງ ແລະ ເມື່ອມີອາການຮຸນແຮງ ໃບກໍ່ຈະແຫ້ງ ແລະ ຫັກພັບລົງມາຕິດຕກັບລຳຕົ້ນ.

2. ລຳຕົ້ນ: ຈະປ່ຽນເປັນສີນ້ຳຕານ ຍ້ອນທໍ່ລຳລຽງອາຫານອຸດຕັ້ນ ແລະ ເນົ່າ, ເຮັດໃຫ້ພືດດູດນ້ຳ ແລະ ທາດອາຫານບໍ່ໄດ້ດີ.

3. ຮາກ: ເບື້ອງຕົ້ນເຊື້ອພະຍາດເຂົ້າທຳລາຍລະບົບຮາກ, ຈາກນັ້ນ ຈະຂະນຫາຍໄປທຳລາຍເຫງົ້າ ເຮັດໃຫ້ຮາກ ແລະ ເຫງົ້າເນົ່າ ແລ້ວເຊື່ອພະຍາດຈະເຂົ້າໄປທຳລາຍລະບົບທໍ່ລຳລຽງນ້ຳ ແລະ ທໍ່ລຳລຽງອາຫານຂອງລຳຕົ້ນ.

4. ໝາກ: ໃຫ້ຜົນຜະລິດໜ້ອຍ, ໝາກລີບ, ໝາກບໍ່ສະໝ່ຳສະເໝີ ຫຼື ສຸກກ່ອນກຳນົດ.

No comments

Powered by Blogger.