ດ່ວນ…! ເກົາຫຼີເໜືອ ປະກາດຢຸດຕິການທົດລອງອາວຸດນິວເຄຼຍ ແລະ ຂີປະນາວຸດ - ອິດສະຫຼະ

ດ່ວນ…! ເກົາຫຼີເໜືອ ປະກາດຢຸດຕິການທົດລອງອາວຸດນິວເຄຼຍ ແລະ ຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ 21 ເມສາ 2018 ວ່າ: ສຳນັກຂ່າວກາງເກົາຫຼີເໜືອ (KCNA) ລາຍງານວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອປະກາດວ່າ ເກົາຫຼີເໜືອຈະບໍ່ທົດລອງລະເບີດນິວເຄຼຍ ຫຼື ລົດລອງຍິງຂີປະນາວຸດຂ້າມທະວີບອີກຕໍ່ໄປ ພ້ອມກັບສັ່ງປິດສະຖານທີ່ທົດລອງລະເບີດນິວເຄຼຍຂອງເກົາຫຼີເໜືອ.


ຄຳປະກາດດັ່ງກ່າວ ຖືເປັນສິ່ງທີ່ສະຫະລັດ ອາເມຣິກາ ຕ້ອງການຫຼາຍທີ່ສຸດ ເພາະຖືເປັນບາດກ້າວສຳຄັນຂອງການດຳເນີນນະໂຍບາຍທາງການທູດຂອງສະຫະລັດ ອາເມຣິກາ ຢູ່ແຫຼມເກົາຫຼີ ແລະ ເກີດຂຶ້ນໃນເວລາບໍ່ພໍເທົ່າໃດມື້ ກ່ອນຈະເຖິງການປະຊຸມສຸດຍອດຮ່ວມລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ເຂດປອດທະຫານ ບ້ານປັນມຸນຈອມ ທີ່ເປັນຊາຍແດນລະຫວ່າງສອງປະເທດ ໃນວັນສຸກ ທີ 27 ເມສາ 2018 ນີ້ ແລະ ກ່ອນທີ່ຈະມີການພົບປະຫາລືຄັ້ງສຳຄັນລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ.

ສຳນັກຂ່າວ KCNA ລາຍງານວ່າ: ທ່ານ ຄິມ ຈອງ-ອຶນ ແຈ້ງຕໍ່ກອງປະຊຸມຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີເໜືອວ່າ ເມື່ອທົດລອງ ແລະ ກວດສອບດ້ານອາວຸດແລ້ວ ກໍ່ບໍ່ຈຳເປັນອີກຕໍ່ໄປສຳລັບເກົາຫຼີເໜືອ ທີ່ຈະຕ້ອງທົດລອງລະເບີດນິວເຄຼຍອີກ ລວມທັງການທົດລອງຍິງຂີປະນາວຸດພິໄສກາງ, ພິໄສໄກ ຫຼື ຂີປະນາວຸດຂ້າມທະວີບອີກຕໍ່ໄປ ພາລະກິດຂອງການທົດລອງນິວເຄຼຍຂອງເກົາຫຼີເໜືອຖືວ່າສຳເລັດສົມບູນແລ້ວ.

ເກົາຫຼີເໜືອມີຄວາມຄືບໜ້າເປັນຢ່າງຍິ່ງໃນການໂຄງດ້ານອາວຸດ ພາຍໃຕ້ການນຳຂອງທ່ານ ຄິມ ຈອງ-ອຶນ ເຊິ່ງກໍ່ຖືກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ລົງມະຕິຂວໍ້າບາດ ລວມເຖິງສະຫະລັດ ອາເມຣິກາ, ສະຫະພາບເອີຣົບ, ເກົາຫຼີໃຕ້ ແລະ ປະເທດອື່ນໆ.

ເມື່ອປີທີ່ຜ່ານມາ, ເກົາຫຼີເໜືອທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເຊິ່ງຖືວ່າຮຸນແຮງທີ່ສຸດ ແລ້ວຍັງມີການທົດລອງຍິງຂີປະນາວຸດຂ້າມທະວີບ ເຊິ່ງສາມາດໂຈມຕີເປົ້າໝາຍແຜ່ນດິນໃຫຍ່ຂອງສະຫະລັດ ອາເມຣິກາໄດ້.


No comments

Powered by Blogger.