ເກົາຫຼີໃຕ້-ສ.ອາເມຣິກາ ສະແດງຄວາມຊົມເຊີຍ ທີ່ ເກົາຫຼີເໜືອ ປະກາດຢຸດຕິທົດລອງນິວເຄຼຍ ແລະ ຂີປະນາວຸດ - ອິດສະຫຼະ

ເກົາຫຼີໃຕ້-ສ.ອາເມຣິກາ ສະແດງຄວາມຊົມເຊີຍ ທີ່ ເກົາຫຼີເໜືອ ປະກາດຢຸດຕິທົດລອງນິວເຄຼຍ ແລະ ຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ 21 ເມສາ 2018 ວ່າ: ພາຍຫຼັງສຳນັກຂ່າວກາງເກົາຫຼີເໜືອ (KCNA) ນຳສະເໜີລາຍງານເມື່ອຕອນເຊົ້າຂອງວັນເສົານີ້ ຕາມເວລາທ້ອງຖິ່ນ ວ່າທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກ່າວຕໍ່ກອງປະຊຸມຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີ ວ່າພາລະກິດດ້ານນິວເຄຼຍຂອງລັດຖະບານເກົາຫຼີເໜືອຕະຫຼອດໄລຍະທີ່ຜ່ານມາ “ມີໄຊຊະນະຢ່າງຍິ່ງໃຫຍ່” ດັ່ງນັ້ນ, ການທົດລອງລະເບີດນິວເຄຼຍ, ຂີປະນາວຸດພິໄສກາງ ແລະ ຂີປະນາວຸດຂ້າມທະວີບ ຈຶ່ງບໍ່ມີຄວາມຈຳເປັນອີກ ເຊັ່ນດຽວກັບນິຄົມນິວເຄຼຍ ຢູ່ພາກເໜືອຂອງປະເທດທີ່ຈະຕ້ອງຢຸດຕິປະຕິບັດການ ນັບຕັ້ງແຕ່ວັນທີ 21 ເມສານີ້ ເປັນຕົ້ນໄປ ເພື່ອຄວາມໂປ່ງໃສຂອງຂະບວນການປົດອາວຸດນິວເຄຼຍ.
ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ລົງຂໍ້ຄວາມໃນ Twitter ວ່າທ່ານ ມີຄວາມຍິນດີເປັນຢ່າງຍິ່ງຕໍ່ການເຄື່ອນໄຫວຄັ້ງສຳຄັນນີ້ ແລະ ລໍຄອຍການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ, ຂະນະທີ່ທຳນຽບປະທານປະເທດເກົາຫຼີໃຕ້ ອອກຖະແຫຼງການວ່າ ການຕັດສິນໃຈດັ່ງກ່າວຂອງເກົາຫຼີເໜືອ ຖືເປັນສິ່ງທີ່ທົ່ວໂລກລໍຖ້າມາດົນນານ, ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ຕໍ່ຂະບວນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ສະແດງຄວາມຫວັງວ່າ ການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ໃນວັນສຸກ ທີ 27 ເມສານີ້ ຈະເປັນການເປີດທາງໄປສູ່ສັນຕິພາບທີ່ຍືນຍົງຢູ່ແຫຼມເກົາຫຼີໃນຂັ້ນຕໍ່ໄປ.
ເຊິ່ງພຽງວັນດຽວກ່ອນທີ່ສຳນັກຂ່າວແຫ່ງຊາດເກົາຫຼີເໜືອ ຈະສະເໜີລາຍງານດັ່ງກ່າວ ຜູ້ນຳເກົາຫຼີໃຕ້ໄດ້ກ່າວຢືນຢັນດ້ວຍຕົນເອງວ່າ ລັດຖະບານເກົາຫຼີເໜືອ ພ້ອມຢຸດຕິໂຄງການນິວເຄຼຍ ແຕ່ຍັງບໍ່ມີການກຳນົດເງື່ອນໄຂທີ່ຊັດເຈນ ເຊິ່ງຕາມທຸກຝ່າຍຄາດການໄວ້ນັ້ນຄື ສະຫະລັດ ອາເມຣິກາ ຕ້ອງຖອນທະຫານທັງໝົດປະມານ 28,000 ​ຄົນ ອອກຈາກເກົາຫຼີໃຕ້, ນອກນັ້ນ ທັງສອງປະເທດຍັງເປີດໃຊ້ໂທລະສັບສາຍດ່ວນໂດຍກົງລະດັບຜູ້ນຳເປັນຄັ້ງທຳອິດອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ທ່ານ ອິຕະສຶໂນຣິ ໂອໂນະເດຣະ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກ່າວກັບສຳນກຂ່າວທ້ອງຖິ່ນວ່າ ຈະເປັນຢ່າງໃດກໍ່ຕາມສະຖານະການໃນຕອນນີ້ ຍັງບໍ່ແມ່ນຊ່ວງເວລາທີ່ເໝາະສົມ ໃນການຜ່ອຍຄາຍມາດຕະການກົດດັນທາງການທູດ ແລະ ເສດຖະກິດຕໍ່ເກົາຫຼີເໜືອ ເນື່ອງຈາກເນື້ອໃນຂອງຖະແຫຼງການລະບຸດ້ວຍວ່າ ເກົາຫຼີເໜືອຈະບໍ່ໃຊ້ ຫຼື ປ່ຽນແປງອາວຸດນິວເຄຼຍໄປໃນທາງອື່ນ ຫາກບໍ່ຕົກຢູ່ໃນສະຖານະການຂອງການຖືກຮຸກຮານດ້ານນິວເຄຼຍ ແລະ ການກ່າວເຖິງຄວາມມຸ່ງໝັ້ນໃນການປະຕິຮູບເສດຖະກິດ ຄືການສົ່ງສັນຍານເບື້ອງຕົ້ນຂອງຄວາມຕ້ອງການໃຫ້ມີການຜ່ອຍຄາຍມາດຕະການຂວໍ້າບາດ.

ເຊິ່ງທີ່ຜ່ານມານັ້ນ, ເກົາຫຼີເໜືອ ແມ່ນໄດ້ມີການທົດລອງລະເບີດນິວເຄຼຍຄັ້ງທຳອິດ ເມື່ອວັນທີ 9 ຕຸລາ 2006 ແລະ ຄັ້ງຫຼ້າສຸດ ເມື່ອວັນທີ 3 ກັນຍາ 2017 ຖືເປັນຄັ້ງທີ 6 ແລະ ເປັນການທົດລອງທີ່ມີປະສິດທິພາບສູງສຸດອີກດ້ວຍ ໂດຍການທົດລອງທັງ 6 ຄັ້ງ ເກີດຂຶ້ນພາຍໃນນິຄົມນິວເຄຼຍປຸງ ກະເຢ-ຣີ ໃນພາກຕາເວັນອອກສຽງເໜືອຂອງປະເທດ.



No comments

Powered by Blogger.