ຈີນສະແດງຄວາມຊົມເຊີຍຕໍ່ເກົາຫຼີເໜືອ ທີ່ພ້ອມຈະກ້າວສູ່ການສ້າງສັນຕິພາບ - ອິດສະຫຼະ

ຈີນສະແດງຄວາມຊົມເຊີຍຕໍ່ເກົາຫຼີເໜືອ ທີ່ພ້ອມຈະກ້າວສູ່ການສ້າງສັນຕິພາບ



ສຳນັກຂ່າວຕ່າງປະເທດລາຍງານ 21​ ເມສາ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນ ອອກຖະແຫຼງການວ່າ ລັດຖະບານຈີນມີຄວາມເຊື່ອໝັ້ນຕໍ່ການຕັດສິນໃຈຂອງເກົາຫຼີເໜືອ ໃນການຢຸດຕິໂຄງການທົດລອງຂີປະນາວຸດ ແລະ ອາວຸດນິວເຄຼຍ ຕັ້ງແຕ່ຕອນນີ້ເປັນຕົ້ນໄປ ລວມເຖິງການຢຸດຕິພາລະກິດພາຍໃນນິຄົມນິວເຄຼຍປຸງ ກະເຢ-ຣີ ເພື່ອເດີນໜ້າພັດທະນາເສດຖະກິດ ແລະ ສ້າງສັນຕິພາບແບບຍືນຍົງຢູ່ແຫຼມເກົາຫຼີ, ຂະນະດຽວກັນ ຈີນກໍ່ພ້ອມ ແລະ ຍິນດີທີ່ຈະໃຫ້ການສະໜັບສະໜູນແກ່ລັດຖະບານເກົາຫຼີເໜືອ ໃນການປຶກສາຫາລື ແລະ ເຈລະຈາກັບທຸກຝ່າຍທີ່ກ່ຽວຂ້ອງ ເພື່ອຜ່ອນຄາຍຄວາມຂັດແຍ່ງ ແລະ ຟື້ນຟູສາຍພົວພັນໃນຂັ້ນຕໍ່ໄປ.



ເຊິ່ງການຖະແຫຼງດັ່ງກ່າວຂອງທາງການຈີນ ເກີດຂຶ້ນພາຍຫຼັງທີ່ສຳນັກຂ່າວກາງເກົາຫຼີ (KCNA) ເຜີຍແຜ່ຖະແຫຼງການຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ກ່າວຕໍ່ກອງປະຊຸມຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີວ່າ: ພາລະກິດດ້ານນິວເຄຼຍຂອງເກົາຫຼີເໜືອຕະຫຼອດໄລຍະທີ່ຜ່ານມາແມ່ນປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ດັ່ງນັ້ນ, ການທົດລອງລະເບີດນິວເຄຼຍ, ຂີປະນາວຸດຕ່າງໆ ຈຶ່ງບໍ່ມີຄວາມຈຳເປັນອີກຕໍ່ໄປ ລວມທັງປະກາດໃຫ້ຢຸດຕິປະຕິບັດທຸກພາລະກິດຢູ່ນິຄົມນິວເຄຼຍ ທີ່ຕັ້ງຢູ່ພາກເໜືອຂອງປະເທດ ນັບຕັ້ງແຕ່ວັນທີ 21 ເມສາ ນີ້ ເປັນຕົ້ນໄປ.

ເຖິງຢ່າງໃດກໍ່ຕາມ ນັກວິເຄາະໄດ້ຕີລາຄາວ່າ ການປ່ຽນແປງທີ່ຈະເກີດຂຶ້ນເປັນຍຸດທະສາດທາງການທູດຂັ້ນຕົ້ນ ເພື່ອຍາດແຍ່ງຄວາມໄດ້ປຽບໃນການກຳນົດທິດທາງຂອງການເຈລະຈາກັບທັງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ຈະຈັດຂຶ້ນໃນວັນທີ 27 ເມສາ 2018 ນີ້ ຢູ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງປະເທດ ແລະ ຫຼັງຈາກນັ້ນປະມານ 1 ເດືອນ ຈະຕໍ່ດ້ວຍການພົບປະຫາລືຄັ້ງປະຫວັດສາດກັບຜູ້ນຳສະຫະລັດອາເມຣິກາ ນັ້ນກໍ່ຄື ທ່ານ ໂດໂນ ທຣຳ, ເນື່ອງຈາກຖະແຫຼງການຈາກສຳນັກຂ່າວກາງເກົາຫຼີ (KCNA) ຍັງບໍ່ມີເນື້ອໃນສ່ວນໃດລະບຸວ່າ ລັດຖະບານເກົາຫຼີເໜືອຕ້ອງການຍົກເລີກຄວາມພະຍາຍາມຮຽກຮ້ອງໃຫ້ປະຊາຄົມໂລກຍອມຮັບເກົາຫຼີເໜືອໃນຖານະ “ລັດນິວເຄຼຍ” ແຕ່ລະບຸຊັດເຈນວ່າ ເກົາຫຼີເໜືອເປັນປະເທດທີ່ມີອາວຸດນິວເຄຼຍ ແລະ ຈະບໍ່ນຳອອກມາໃຊ້ງານ ຕາບໃດທີ່ບໍ່ຕົກເປັນຝ່າຍຖືກຮຸກຮານກ່ອນ.


No comments

Powered by Blogger.