FIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາ ກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ - ອິດສະຫຼະ

FIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາ ກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ



ເມື່ອວັນທີ 19 ເມສາ 2018 ທີ່ຜ່ານມາ, ສະຫະພັນບານເຕະສາກົນ ຫຼື FIFA ອອກຖະແຫຼງການວ່າ: ໄດ້ລົງໂທດປັບໃໝສະຫະພາບບານເຕະແຫ່ງຊາດລາວ ເປັນເງິນ 700,000 ໂດລາ ຈາກການລະເມີດຂໍ້ກຳນົດຕ່າງໆ ທີ່ກ່ຽວກັບການເຄື່ອນຍ້າຍນັກເຕະລະຫວ່າງປະເທດ ແລະ ການລົງທະບຽນໃນຄັ້ງທຳອິດຂອງນັກເຕະລຸ້ນເຍົາວະຊົນ, ເຊິ່ງຜິດກົດລະບຽບຂອງ FIFA ຕາມມາດຕາ 19 ວ່າດ້ວຍສະຖານະ ແລະ ການເຄື່ອນຍ້າຍນັກເຕະລະຫວ່າງປະເທດ ທີ່ເປັນຄວາມຜິດຫຼັກ ແລະ ຍັງຜິດຂໍ້ກຳນົດທີ່ເອົານັກເຕະລຸ້ນເຍົາວະຊົນ ແລະ ລຸ້ນຜູ້ໃຫຍ່ປະສົມກັນລົງແຂ່ງຂັນ.




ເຊິ່ງການຕັດສິນດັ່ງກ່າວຂອງ FIFA ອາດສືບເນື່ອງມາຈາກສະໂມສອນບານເຕະໃນລາວ ຈັດຫາເຍົາວະຊົນອາຟຣິກາ ມາເຊັນສັນຍາເປັນນັກເຕະໃນສະໂມສອນຂອງຕົນແບບບໍ່ຖືກຕ້ອງ ເມື່ອປີ 2015 ທີ່ຜ່ານມາ, ໂດຍສຳນັກຂ່າວ BBC ລາຍໄດ້ລາຍງານວ່າ: ທີມບານສະໂມສອນຈຳປາສັກ ຢູໄນເຕັດ ທີ່ເມືອງປາກເຊ (ນະຄອນປາກເຊ ໃນປັດຈຸບັນ) ໄດ້ມີການຈັດຫານັກເຕະບານທີ່ເປັນເຍົາວະຊົນ ທີ່ອາຍຸຍັງບໍ່ເຖິງເກນຕາມກົດໝາຍ ແລະ ຂໍ້ກຳນົດຂອງ FIFA ຈາກປະເທດໃນເຂດອາຟຣິກາຕາເວັນຕົກ ໂດຍສະເພາະຢ່າງຍິ່ງຈາກປະເທດລີເບເຣຍ ເພື່ອເຊັນສັນຍາເຂົ້າເຝິກຊ້ອມ ແລະ ລົງຫຼິ້ນປະຈຳທີມໃນປະເທດລາວ ເປັນໄລຍະເວລາ 6 ປີ, ໂດຍຕໍ່ມາມີການເປີດເຜີຍວ່າ ເຍົາວະຊົນລະຫວ່າງ 14-16 ປີ ບໍ່ໄດ້ຮັບຄ່າຈ້າງ 200 ໂດລາຕໍ່ເດືອນ ຕາມສັນຍາ ແລະ ທັງຍັງຕ້ອງກິນຢູ່ໃນສະພາບທີ່ແອອັດ ກ້ອງອັດສະຈັນສະໜາມກີລາ, ໂດຍມີເຍົາວະຊົນລີເບເຣຍ 23 ຄົນ ທີ່ຜ່ານການຕິດຕໍ່ຈາກນາຍໜ້າຄົນລີເບເຣຍດ້ວຍກັນ ຕິດຕໍ່ມາໃຫ້ກັບສະໂມສອນດັ່ງກ່າວ, ເຮັດໃຫ້ສະໂມສອນຕ້ອງສົ່ງຕົວເຍົາວະຊົນບີເລເຣຍ 17 ຄົນກັບປະເທດ ແຕ່ຍັງເຫຼືອອີກ 6 ຄົນທີ່ສະໝັກໃນຢູ່ຕໍ່ໃນລາວ.

ເຊິ່ງຢ່າງໃດກໍ່ຕາມ, ທ່ານ ພອນສະຫວັນ ກິ້ວລະວົງ ປະທານສະໂມສອນຈຳປາສັກ ຢູໄນເຕັດ ໃນຂະນະນັ້ນລະບຸວ່າ: ທາງສະໂມສອນບໍ່ໄດ້ເຮັດຜິດກົດໝາຍ ເນື່ອງຈາກສັນຍາທີ່ເຮັດກັບເຍົາວະຊົນລີເບເຣຍ ບໍ່ແມ່ນສັນຍາແບບນັກເຕະບານອາຊີບທົ່ວໄປ ແລະ ນັກເຕະທີ່ມີອາຍຸຕ່ຳກວ່າເກນໃນຂະນະນັ້ນ ຍັງເຫຼືອພຽງແຕ່ຢູ່ດຽວຢູ່ໃນສະໂມສອນ.



ຫຼ້າສຸດທາງສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການວ່າ ຮັບຊາບຄຳຕັດສິນຂອງສະຫະພັນບານເຕະສາກົນ ພ້ອມທັງສະແດງຄວາມຮູ້ສຶກຜິດຫວັງ ແລະ ກໍ່ບໍ່ຄາດຄິດມາກ່ອນຕໍ່ກັບຄຳຕັດສິນດັ່ງກ່າວ ແຕ່ກໍ່ຕ້ອງມີການແກ້ໄຂບັນຫາຢ່າງທັນທ້ວງທີ ແລະ ຕາມຫຼັກການ, ພ້ອມທັງລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຈະຍື່ນຄຳຮ້ອງຂໍລາຍລະອຽດທີ່ໃຊ້ໃນການພິຈາລະນາຕັດສິນຈາກ FIFA ແລະ ຈະຮ່ວມມືຢ່າງໃກ້ຊິດກັບບັນດາໜ່ວຍງານທີ່ກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ ເພື່ອໃຫ້ໄດ້ຂໍ້ສະຫຼຸບທີ່ເໝາະສົມ.


No comments

Powered by Blogger.