ລັດຖະບານປະກາດຂຶ້ນຄ່າແຮງງານຂັ້ນຕ່ຳ ເຊິ່ງຖືເປັນຄັ້ງທີ 8 ຂອງການຂຶ້ນຄ່າແຮງງານລາວ - ອິດສະຫຼະ

ລັດຖະບານປະກາດຂຶ້ນຄ່າແຮງງານຂັ້ນຕ່ຳ ເຊິ່ງຖືເປັນຄັ້ງທີ 8 ຂອງການຂຶ້ນຄ່າແຮງງານລາວ



ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 560/ຫສນຍ.ກລຂ ລົງວັນທີ 20 ເມສາ 2018 ເລື່ອງທິດຊີ້ນຳກ່ຽວກັບການພິຈາລະນາຮັບຮອງເອົາການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດ ຂອງຜູ້ອອກແຮງງານ.

ໂດຍແຈ້ງວ່າ: ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເຫັນດີໃຫ້ປັບຄ່າແຮງງານຂັ້ນຕ່ຳສຸດ ຂອງຜູ້ອອກແຮງງານຢູ່ ສປປ.ລາວ ຂຶ້ນຈາກ 900,000 ກີບ ເປັນ 1,100,000 ກີບ ຕໍ່ຄົນ ຕໍ່ເດືອນ ແລະ ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ.

ການຂຶ້ນຄ່າແຮງງານຂັ້ນຕ່ຳ ແມ່ນອີງຕາມການສະເໜີຂອງອົງການ 3 ຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຕາງໜ້າລັດຖະບານ), ສູນກາງສະຫະພັນກຳມະບານ (ຕາງໜ້າຜູ້ອອກແຮງງານ) ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ຕາງໜ້າຜູ້ໃຊ້ແຮງງານ) ເຊິ່ງສູນກາງສະຫະພັນກຳມະບານ ໃນຖານະຕົວແທນຂອງຜູ້ອອກແຮງງານ ໄດ້ສະເໜີໄປເມື່ອຕົ້ນປີນີ້ ຄື 1,200,000 ກີບ ຕໍ່ຄົນຕໍ່ເດືອນ, ເຊິ່ງຈາກຜົນການປະກາດຮັບຮອງຂອງລັດຖະບານ ໃນຄັ້ງນີ້ແມ່ນ 1,100,000 ກີບ ຕໍ່ຄົນ ຕໍ່ເດືອນ ນັ້ນໝາຍຄວາມວ່າຍັງມີຈຳນວນທີ່ຫຼຸດຈາກການສະເໜີຂອງສູນກາງສະຫະພັນກຳມະບານຢູ່.

ເຖິງຢ່າງໃດກໍ່ຕາມ, ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ ໄດ້ມີການປັບຂຶ້ນຄ່າແຮງງານຂັ້ນຕ່ຳສຸດມາແລ້ວ 8 ຄັ້ງຄື:
- ປີ 1991 ປັບຂຶ້ນເປັນ 26,000 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 1997 ປັບຂຶ້ນເປັນ 36,400 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2000 ປັບຂຶ້ນເປັນ 93,600 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2005 ປັບຂຶ້ນເປັນ 290,000 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2009 ປັບຂຶ້ນເປັນ 348,000 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2011 ປັບຂຶ້ນເປັນ 626,000 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2015 ປັບຂຶ້ນເປັນ 900,000 ກີບ ຕໍ່ຄົນ ຕໍ່ເດືອນ
- ປີ 2018 ປັບຂຶ້ນເປັນ 1,100,000 ກີບ ຕໍ່ຄົນ ຕໍ່ເດືອນ

ເຊິ່ງການເພີ່ມຂຶ້ນຂອງຄ່າແຮງງານຂັ້ນຕ່ຳ ຈະເປັນປັດໄຈການຜະລິດທີ່ສຳຄັນອັນໜຶ່ງ ໃນລະບົບເສດຖະກິດ ໂດຍອີງໃສ່ສະພາບການປ່ຽນແປງທາງດ້ານເສດຖະກິດຢູ່ພາຍໃນປະເທດ, ຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນຄ່າຄອງຊີບ ຫຼື ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກຕ່າງໆ ໃນຕະຫຼາດມີການປ່ຽນແປງລາຄາສູງຂຶ້ນ ເຊິ່ງເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂັ້ນພື້ນຖານຂອງຊາວຜູ້ອອກແຮງງານລາວ ທີ່ມີລາຍໄດ້ຈາກການເຮັດວຽກ ພ້ອມດຽວກັນນັ້ນກໍ່ເພື່ອກະຕຸກຊຸກຍູ້ໃຫ້ຜູ້ອອກແຮງງານໄດ້ມີການພັດທະນາຕົນເອງຫຼາຍຂຶ້ນທາງດ້ານສີມື ແລະ ທັດສະນະຄະຕິໃນການເຮັດວຽກ ເພື່ອເພີ່ມປະສິດທິພາບໃນການຜະລິດຂອງປະເທດໃຫ້ສູງຂຶ້ນຕາມຈັງຫວະການເຕີບໃຫຍ່ທາງດ້ານເສດຖະກິດຂອງປະເທດໃນແຕ່ລະໄລຍະ.

No comments

Powered by Blogger.