IS ລະເບີດສູນລົງທະບຽນເລືອກຕັ້ງ ອາຟະການິດສະຖານ ຕາຍກວ່າ 50 ຄົນ - ອິດສະຫຼະ

IS ລະເບີດສູນລົງທະບຽນເລືອກຕັ້ງ ອາຟະການິດສະຖານ ຕາຍກວ່າ 50 ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22​ ເມສາ 2018 ທີ່ຜ່ານມາວ່າ: ທ່ານ ນາຈິບ ດາເນສ ໂຄສົກກະຊວງປ້ອງກັນຄວາມສະຫງົບອາຟະການິດສະຖານ ຖະແຫຼງວ່າຄົນຮ້າຍ 1 ຄົນໄດ້ລະເບີດຂ້າຕົວຕາຍ ໂດຍການຍ່າງເຂົ້າໄປກໍ່ເຫດລະເບີດຕົວຕາຍຢູ່ໜ້າສູນລົງທະບຽນຜູ້ມີສິດເລືອກຕັ້ງ ໃນນະຄອນຫຼວງກາບູນ ເມື່ອວັນທີ 22 ເມສາ ທີ່ຜ່ານມາ ໃນຂະນະທີ່ເຈົ້າໜ້າທີ່ກຽມແຈກບັດປະຈຳຕົວຜູ້ມີສິດລົງຄະແນນສຽງເລືອກຕັ້ງ ສຳລັບການເລືອກຕັ້ງສະມາຊິກສະພາ ທີ່ກຳນົດຈະຈັດຂຶ້ນໃນເດືອນຕຸລາ ປີນີ້, ເບື້ອງຕົ້ນພົບຜູ້ເສຍຊີວິດ 32 ຄົນ ແລະ ບາດເຈັບອີກ 54 ຄົນ ຖືເປັນການໂຈມຕີຄັ້ງຮຸນແຮງທີ່ສຸດ ໃນນະຄອນຫຼວງກາບູນ ນັບຕັ້ງແຕ່ເຫດໂຈມຕີດ້ວຍການເອົາລະເບີດເຊື່ອງມາໃນລົດໂຮງໝໍ ເມື່ອເດືອນມັງກອນ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດປະມານ 100​ ຄົນ.



ຕໍ່ມາກຸ່ມຫົວຮຸນແຮງ IS ໄດ້ອອກມາປະກາດອ້າງຄວາມຮັບຜິດຊອບວ່າ ເປັນຜູ້ໂຈມຕີດັ່ງກ່າວ ເພາະເປັນປະຕິບັດການຄັ້ງສຳຄັນ ເພື່ອທຳລາຍຄວາມໜ້າເຊື່ອຖືຂອງລັດຖະບານອາຟະການິດສະຖານ ທີ່ມີປະເທດຕາເວັນຕົກໃຫ້ການສະໜັບສະໜູນ.

ໃນດ້ານຂອງທ່ານ ວາຮິດ ມາໂຣ ໂຄສົກກະຊວງສາທາລະນະສຸກອາຟະການິດສະຖານຖະແຫຼງວ່າ ພົບຜູ້ເສຍຊີວິດເພີ່ມຂຶ້ນເປັນ 57 ຄົນແລ້ວ, ໃນຈຳນວນນີ້ເປັນຜູ້ຍິງ 22 ຄົນ ແລະ ເດັກນ້ອຍ 7 ຄົນ, ຂະນະດຽວກັນກໍ່ມີຜູ້ໄດ້ຮັບບາດເຈັບເຖິງ 119 ຄົນ ເປັນຜູ້ຍິງ 52 ຄົນ ແລະ ເດັກນ້ອຍ 17 ຄົນ ເຊິ່ງຕົວເລກຜູ້ເສຍຊີວິດອາດຈະສູງກວ່ານີ້.


No comments

Powered by Blogger.