ເກົາຫຼີໃຕ້ ຢຸດຕິໂຄສະນາ ທີ່ເປັນການຕໍ່ຕ້ານເກົາຫຼີເໜືອ ຕາມຊາຍແດນຂອງສອງປະເທດ - ອິດສະຫຼະ

ເກົາຫຼີໃຕ້ ຢຸດຕິໂຄສະນາ ທີ່ເປັນການຕໍ່ຕ້ານເກົາຫຼີເໜືອ ຕາມຊາຍແດນຂອງສອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 23 ເມສາ 2018 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກຖະແຫຼງການ ໃຫ້ຢຸດຕິການກະຈາຍສຽງໂຄສະນາ ທີ່ເປັນການຕໍ່ຕ້ານເກົາຫຼີເໜືອ ຜ່ານເຄື່ອງຂະຫຍາຍສຽງຫຼາຍຈຸດຕາມແນວຊາຍແດນລະຫວ່າງສອງປະເທດ ເພື່ອສ້າງບັນຍາກາດທີ່ເປັນມິດຕໍ່ກັນ ກ່ອນການພົບປະຫາລືຄັ້ງສຳຄັນ ລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ເຊິ່ງເປັນພື້ນທີ່ຄວາມໝັ້ນຄົງຮ່ວມ ແລະ ເປັນຊາຍແດນລະຫວ່າງສອງປະເທດ ໃນວັນສຸກ ທີ 27 ເມສາ 2018 ນີ້ ແລະ ສະແດງຄວາມຫວັງວ່າເກົາຫຼີເໜືອຈະປະຕິບັດເຊັ່ນດຽວກັນ.


ເຊິ່ງການກະຈາຍສຽງໂຄສະນາຕາມແນວຊາຍແດນເປັນຍຸດທະສາດ ທີ່ທັງສອງເກົາຫຼີໃຊ້ເປັນເຄື່ອງມືໃນສົງຄາມຈິດຕະສາດ ຫຼື ສົງຄາມປະສາດ ຕໍ່ກັນມາຕັ້ງແຕ່ສົງຄາມເກົາຫຼີໄດ້ເກີດຂຶ້ນເມື່ອປີ 1950, ເຖິງແມ່ນວ່າຍັງບໍ່ຊັດເຈນວ່າລັດຖະບານເກົາຫຼີເໜືອຈະຕອບສະໜອງຕໍ່ການເຄື່ອນໄຫວຂອງເກົາຫຼີໃຕ້ໃນເລືອງນີ້ແບບໃດ ແຕ່ເກົາຫຼີເໜືອກໍ່ໄດ້ຫຼຸດລະດັບລຳໂພງກະຈາຍສຽງໂຄສະນາຂອງຕົນເອງລົງ ຕັ້ງແຕ່ເດືອນກຸມພາ ທີ່ຜ່ານມາ ເຊິ່ງເປັນຊ່ວງໄລຍະຂອງການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ແລະ ຊ່ວຍປະສານງານໃນຫຼາຍໆດ້ານກັບອົງການໂອລິມປິກສາກົນ ຈົນນັກກີລາເກົາຫຼີເໜືອ 22 ຄົນ ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນໃນຄັ້ງນັ້ນ.

ຂະນະທີ່ແຫຼ່ງຂ່າວດ້ານຄວາມໝັ້ນຄົງຂອງກອງທັບເກົາຫຼີໃຕ້ ເປີດເຜີຍກັບສຳນັກຂ່າວ Yonhap ຂອງເກົາຫຼີໃຕ້ວ່າ ມີຄວາມເປັນໄປໄດ້ສູງ ທີ່ເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ຈະຢຸດຕິການຊ້ອມຮົບຮ່ວມກັນໃນມື້ທີ່ຜູ້ນຳເກົາຫຼີໃຕ້ ແລະ ເກົາຫຼີເໜືອປະຊຸມຮ່ວມກັນ.


No comments

Powered by Blogger.