ງານດອງ ແຕ່ຕ້ອງນອງເລືອດ ຊາອູດິດ ໂຈມຕີງານດອງໃນເຢເມນ ເສຍຊີວິດຈຳນວນຫຼາຍ - ອິດສະຫຼະ

ງານດອງ ແຕ່ຕ້ອງນອງເລືອດ ຊາອູດິດ ໂຈມຕີງານດອງໃນເຢເມນ ເສຍຊີວິດຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ເມສາ 2018 ທີ່ຜ່ານມາວ່າ: ຍົນຮົບກອງກຳລັງພັນທະມິດອາຣັບ ທີ່ນຳໂດຍອາຣັບບີ ຊາອູດິດ ໄດ້ໂຈມຕີງານແຕ່ງດອງ ຢູ່ເມືອງບານິ ໄກຢິສ ເຂດຊົນນະບົດຂອງແຂວງຮັດຈາ ທາງພາກຕາເວັນຕົກສຽງເໜືອຂອງປະເທດເຢເມນ ທີ່ເປັນພື້ນທີ່ຢູ່ໃນການຄວບຄຸມຂອງກຸ່ມກະບົດຮູຕີ, ໂດຍຜູ້ເສຍຊີວິດຈາກການໂຈມຕີຄັ້ງນີ້ ສ່ວນໃຫຍ່ເປັນຜູ້ຍິງ ແລະ ເດັກນ້ອຍ, ແຕ່ຜູ້ອຳນວຍການໂຮງໝໍອັນ ຈຸມຮູຣີ ໃນແຂວງຮັດຈາ ເປີດເຜີຍຕໍ່ສຳນັກຂ່າວ Reuters ຜ່ານທາງໂທລະສັບວ່າ: ໂຮງໝໍໄດ້ຮັບສົບຜູ້ເສຍຊີວິດຈາກການໂຈມຕີ 40 ຄົນ ສະພາບແຕ່ລະຄົນຮ່າງກາຍຂາດເປັນຕອນໆ ແລະ ຜູ້ໄດ້ຮັບບາດເຈັບອີກ 46 ຄົນ ລວມເຖິງເດັກນ້ອຍ 30 ແລະ ເຈົ້າບ່າວ.
ໂຄສົກກອງກຳລັງພັນທະມິດອາຣັບກ່າວວ່າ ປະຕິບັດການໂຈມຕີບໍ່ໄດ້ມີເປົ້າໝາຍຕໍ່ປະຊາຊົນ, ເຖິງຢ່າງໃດກໍ່ຕາມ ໄດ້ມີການຕັ້ງຄະນະກຳມະການຂຶ້ນມາເພື່ອສືບສວນສອບສວນເຫດການຄັ້ງນີ້ແລ້ວ.

ກອງກຳລັງພັນທະມິດອາຣັບ ທີ່ປະເທດຕາເວັນຕົກໃຫ້ການສະໜັບສະໜູນ ປະຕິບັດການໂຈມຕີທາງອາກາດໃນເຢເມນມາແລ້ວເປັນເວລາ 3 ປີ ເພື່ອກວາດລ້າງກຸ່ມກະບົດຮູຕີ ຂອງຊາວນິກາຍຊີອະ ທີ່ຢຶດຄອງພື້ນທີ່ສ່ວນໃຫຍ່ທາງພາກເໜືອຂອງເຢເມນ ລວມເຖິງນະຄອນຫຼວງຊານາ ແລະ ຊ່ວຍເຫຼືອລັດຖະບານເຢເມນຊຸດທີ່ນານາຊາດຍອມຮັບ ເຊິ່ງປັດຈຸບັນຖືກກຸ່ມກະບົດຮູຕີໄລ່ລົງໄປປັກຫຼັກຢູ່ທີ່ເມືອງທ່າເອເດນ ທາງພາກໃຕ້.

ການສູ້ຮົບຕະຫຼອດເວລາ 3 ປີທີ່ຜ່ານມາໃນເຢເມນ ເຮັດໃຫ້ມີປະຊາຊົນເສຍຊີວິດກວ່າ 10,000 ຄົນ, ບາດເຈັບຫຼາຍໝື່ນຄົນ ແລະ ອີກກວ່າ 3 ລ້ານຄົນກາຍເປັນຜູ້ພັດຖິ່ນອົບພະຍົບໜີໄພ.



No comments

Powered by Blogger.