ຈີນ-ລັດເຊຍ ຈະຂັດຂວາງທຸກຄວາມພະຍາຍາມ ທີ່ຈະທຳລາຍຂໍ້ຕົກລົງນິວເຄຼຍອີຣານ - ອິດສະຫຼະ

ຈີນ-ລັດເຊຍ ຈະຂັດຂວາງທຸກຄວາມພະຍາຍາມ ທີ່ຈະທຳລາຍຂໍ້ຕົກລົງນິວເຄຼຍອີຣານ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ເມສາ 2018 ວ່າ: ຈີນ ແລະ ລັດເຊຍປະກາດຈັບມືກັນ ເພື່ອຂັດຂວາງທຸກຄວາມພະຍາຍາມ ທີ່ຈະເປັນການທຳລາຍຂໍ້ຕົກລົງນິວເຄຼຍຂອງອີຣານ, ຂະນະທີ່ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ກຳນົດເວລາໃຫ້ເຖິງວັນທີ 12 ພຶຶດສະພາ 2018 ນີ້ ໃນການແກ້ໄຂຂໍ້ຕົກລົງປີ 2015 ລະຫວ່າງອີຣານ ກັບ ກຸ່ມປະເທດມະຫາອຳນາດໂລກ ທີ່ຢຸດຕິໂຄງການນິວເຄຼຍຂອງອີຣານ ແລກກັບການຜ່ອນຄາຍມາດຕະການຂວໍ້າບາດຂອງປະເທດຕາເວັນຕົກຕໍ່ອີຣານ ອັນເປັນຜົນມາຈາກຄວາມພະຍາຍາມຢ່າງໜັກໜ່ວງທາງການທູດຂອງສະຫະລັດ ອາເມຣິກາ, ເອີຣົບ, ລັດເຊຍ ແລະ ຈີນ.
ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວພາຍຫຼັງການປຶກສາຫາລືກັບທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທີ່ນະຄອນຫຼວງປັກກິ່ງ ເມື່ອວັນຈັນທີ່ຜ່ານມາວ່າ: ມີຄວາມພະຍາຍາມທີ່ຈະແຊກແຊງລະບຽບລະຫວ່າງປະເທດ ທີ່ສະຫະປະຊາຊາດສະໜັບສະໜູນ, ລັດເຊຍ ແລະ ຈີນຈະຢຸດຢັ້ງທຸກຄວາມພະຍາຍາມທີ່ເປັນການທຳລາຍຂໍ້ຕົກລົງເຫຼົ່ານີ້ ຜ່ານມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC).

ທ່ານ ເຊີເກ ລາວາຣົບ ກ່າວວ່າຂໍ້ຕົກລົງນິວເຄຼຍອີຣານ ເປັນໜຶ່ງໃນຄວາມສຳເລັດທາງການທູດຄັ້ງຍິ່ງໃຫຍ່ ໃນປະຫວັດສາດຍຸກໃໝ່ ດັ່ງນັ້ນ, ການແກ້ໄຂເອກະສານສະບັບດັ່ງກ່າວ ຈຶ່ງຖືເປັນສິ່ງທີ່ບໍ່ອາດຍອມຮັບໄດ້.

ອີຣານໄດ້ປະກາດເຕືອນເມື່ອວັນເສົາ ທີ 21 ເມສາ ທີ່ຜ່ານມາວ່າ: ພ້ອມທີ່ຈະສານຕໍ່ໂຄງການນິວເຄຼຍຢ່າງຈິງຈັງ ຫາກສະຫະລັດ ອາເມຣິກາ ຍົກເລີກຂໍ້ຕົກລົງດັ່ງກ່າວ.



No comments

Powered by Blogger.