ຄົນຮ້າຍຂັບລົດຕູ້ໄລ່ຕຳປະຊາຊົນ ເສຍຊີວິດ 10 ຄົນ ບາດເຈັບຈຳນວນຫຼາຍ ທີ່ການາດາ - ອິດສະຫຼະ

ຄົນຮ້າຍຂັບລົດຕູ້ໄລ່ຕຳປະຊາຊົນ ເສຍຊີວິດ 10 ຄົນ ບາດເຈັບຈຳນວນຫຼາຍ ທີ່ການາດາ



ສຳນັກຂ່າວຕ່າງປະເທດລາຍງານ 24 ເມສາ 2018 ວ່າ: ສຳນັກງານຕຳຫຼວດເມືອງໂທຣອນໂຕ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງການາດາ ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ອອກຖະແຫຼງການເຫດການຄົນຮ້າຍຂັບລົດຕູ້ສີຂາວ ໄລ່ຕຳປະຊາຊົນ ທີ່ກຳລັງສັນຈອນໄປມາຕາມທາງຍາງ ບໍລິເວນສີ່ແຍກຂະໜາດໃຫຍ່ ທາງຕອນເໜືອຂອງເມືອງ ເຊິ່ງເປັນເຂດທຸະກິດ ແລະ ມີຜູ້ຄົນສັນຈອນໄປມາຢ່າງໜາແໜ້ນ ເມື່ອຕອນບ່າຍຂອງວັນທີ 23 ເມສານີ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ໄດ້ຮັບບາດເຈັບອີກ 15 ຄົນ.

ເຊິ່ງພາຍຫຼັງເກີດເຫດ ຕຳຫຼວດສາມາດຈັບກຸ່ມຄົນຮ້າຍໄດ້ຢ່າງທັນທ່ວງທີ ໂດຍບໍ່ມີການຕໍ້ສູ້ ຫຼື ຂັດຂືນຈາກຄົນຮ້າຍ ເບື້ອງຕົ້ນມີການເປີດເຜີຍຂໍ້ມູນວ່າຊື່ ທ້າວ ອະເລັກ ມິແນສຊຽນ ອາຍຸ 25 ປີ ແລະ ເຈົ້າໜ້າທີ່ກຳລັງສືບສວນຫາແຮງຈູງໃຈໃນການກໍ່ເຫດ ແຕ່ມີການຕັ້ງຂໍ້ສົມມຸດວ່າ ເປັນການກະທຳຢ່າງຕັ້ງໃຈ ເນື່ອງຈາກເສັ້ນທາງເກີດເຫດແກ່ຍາວເປັນໄລຍະທາງກວ່າ 1 ກິໂລແມັດ, ຂະນະດຽວກັນເຫດການຄັ້ງນີ້ເກີດຂຶ້ນຫ່າງອອກໄປປະມານ 16 ກິໂລແມັດ ຈາກສະຖານທີ່ຈັດກອງປະຊຸມຂອງລັດຖະມົນຕີກຸ່ມປະເທດອຸດສາຫະກຳຊັ້ນນຳ G7 ອີກດ້ວຍ ແຕ່ພະນັກງານສືບສວນຍັງບໍ່ພົບວ່າມີການເຊື່ອມໂຍງກັນໃນທາງໃດຫຼື?.

ໃນດ້ານຂອງທຳນຽບນາຍົກລັດຖະມົນຕີການາດາ ໄດ້ອອກຖະແຫຼງການຂອງທ່ານ ຈັສຕິນ ທຼູໂດ ນາຍົກລັດຖະມົນຕີ ສະແດງຄວາມເສຍໃຈຍັງໄປຄອບຄົວຂອງຜູ້ເສຍຊີວິດ ແລະ ສົ່ງກຳລັງໃຈໃຫ້ຜູ້ໄດ້ຮັບບາດເຈັບ, ຂະນະທີ່ທ່ານ ຣາບ ກູເດວ ລັດຖະມົນຕີກະຊວງຄວາມປອດໄພສາທາລະນະຂອງການາດາ ກ່າວວ່າຍັງໄວເກີນໄປທີ່ຈະຕັດສິນວ່າເຫດການຄັ້ງນີ້ ເປັນການກໍ່ການຮ້າຍ ຕໍ່ມາບໍລິສັດ ໄຣເດີ ເຊິ່ງເປັນເຈົ້າຂອງລົດຕູ້ຄັນດັ່ງກ່າວ ທີ່ທ້າວ ມິແນສຊຽນ ເຊົ່າໄປໃຊ້ໃນການກໍ່ເຫດອອກມາສະແດງຄວາມຮັບຜິດຊອບໃນເບື້ອງຕົ້ນ ດ້ວຍການຈະໃຫ້ການຮ່ວມມືກັບເຈົ້າໜ້າທີ່ຢ່າງເຕັມທີ່.

ເຖິງຢ່າງໃດກໍ່ຕາມ,​ ການໃຊ້ພາຫະນະກໍ່ເຫດຮ້າຍດ້ວຍການຂັບໄລ່ຕຳປະຊາຊົນໃນສະຖານທີ່ສາທາລະນະຕາມເມືອງໃຫຍ່ໆ ກຳລັງເປັນຍຸດທະສາດທີ່ສະມາຊິກກຸ່ມຫົວຮຸນແຮງນິຍົມໃຊ້ກໍ່ເຫດເລື້ອຍໆ ໂດຍເຫດການຫຼ້າສຸດເກີດຂຶ້ນທີ່ນະຄອນນິວຢອກ ຂອງສະຫະລັດ ອາເມຣິກາ ເມື່ອວັນທີ 31 ຕຸລາ ທີ່ທີ່ຜ່ານມາ ມີຜູ້ເສຍຊີວິດ 8 ຄົນ ແລະ ຜົນການສືບສວນຂອງຕຳຫຼວດພົບວ່າຄົນຮ້າຍ ມີສ່ວນກ່ຽວຂ້ອງກັບກຸ່ມ IS.



No comments

Powered by Blogger.