ຜູ້ນຳເກົາຫຼີເໜືອ ຢ້ຽມຢາມປະຊາຊົນຈີນ ທີ່ປະສົບອຸປະຕິເຫດລົດເມຕົກຂົວ ຢູ່ເກົາຫຼີເໜືອ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ຢ້ຽມຢາມປະຊາຊົນຈີນ ທີ່ປະສົບອຸປະຕິເຫດລົດເມຕົກຂົວ ຢູ່ເກົາຫຼີເໜືອ



ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານ 24 ເມສາ 2018 ວ່າ: ທ່ານ ຄິມ ຈອງ-ອຶຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເດີນທາງໄປຍັງໂຮງໝໍແຫ່ງໜຶ່ງໃນນະຄອນຫຼວງປຽງຢາງ ເມື່ອວັນຈັນ ທີ່ຜ່ານມາ ເພື່ອຢ້ຽມຢາມຄົນຈີນ 2 ຄົນ ທີ່ໄດ້ຮັບບາດເຈັບຈາກອຸປະຕິເສດລົດເມໂດຍສານ ເສຍຫຼັກຕົກຈາກຂົວ ບໍລິເວນເສັ້ນທາງສາຍຫຼັກໃນທ້ອງຖິ່ນແຂວງຮວາງແຮ ທີ່ຢູ່ທາງທິດເໜືອຂອງນະຄອນຫຼວງປຽງຢາງ ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນອາທິດ ທີ 22 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 36 ຄົນ ແບ່ງເປັນນັກທ່ອງທ່ຽວຈີນ 32 ຄົນ ແລະ ຄົນເກົາຫຼີເໜືອ 4 ຄົນ.



ເຊິ່ງກ່ອນການເດີນທາງໄປຍັງໂຮງໝໍ ທ່ານ ຄິມ ຈອງ-ອຶນ ໄດ້ເດີນທາງໄປຍັງສະຖານທູດຈີນ ປະຈຳນະຄອນຫຼວງປຽງຢາງ ເພື່ອພົບ ແລະ ສະແດງຄວາມເສຍໃຈເປັນການສ່ວນຕົວກັບທ່ານ ຫຼີ່ ຈິນຈຸ້ນ ເອກອັກຄະລັດຖະທູດຈີນ, ໂດຍທ່ານ ຄິມ ຈອງ-ອຶນ ກ່າວວ່າອຸປະຕິເສດທີ່ເກີດຂຶ້ນໄດ້ສ້າງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງໃຫ້ແກ່ປະຊາຊົນເກົາຫຼີເໜືອ, ຂະນະທີ່ກະຊວງການຕ່າງປະເທດຂອງຈີນ ອອກຖະແຫຼງການວ່າ ລັດຖະບານຈີນໄດ້ສົ່ງບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ການທູດຈຳນວນໜຶ່ງເດີນທາງໄປຍັງນະຄອນຫຼວງປຽງຢາງ ເພື່ອດຳເນີນການໃນເລື່ອງນີ້ແລ້ວ, ໃນດ້ານຂອງສື່ມວນຊົນຈີນຫຼາຍສຳນັກລາຍງານວ່າ ສະພາບອາກາດໃນຕອນເກີດເຫດນັ້ນແມ່ນມີຝົນຕົກ.

ເປັນທີ່ຮັບຮູ້ກັນໂດຍທົ່ວໄປວ່າ ຈີນເປັນປະເທດຜູ້ອຸປະຖຳຫຼັກຂອງເກົາຫຼີເໜືອ ແລະ ຈີນຍັງຖືເປັນປະຕູບານດຽວ ໃນການເດີນທາງເຂົ້າສູ່ເກົາຫຼີເໜືອ ໂດຍນອກຈາກຖ້ຽວບິນແລ້ວ ຍັງມີບໍລິການລົດໄຟຈາກເມືອງຕານຕົງ ໃນເມືອງທົນຫຼຽວໜິງ ທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ, ເຖິງຢ່າງໃດກໍ່ຕາມ ຈຳນວນນັກທ່ອງທ່ຽວຈາກຕາເວັນຕົກຫຼຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະນັກທ່ອງທ່ຽວຈາກສະຫະລັດ ອາເມຣິກາ ຈາກການທີ່ລັດຖະບານສະຫະລັດ ອາເມຣິກາ ປະກາດເມື່ອເດືອນກໍລະກົດ ປີທີ່ຜ່ານມາ ຫ້າມປະຊາຊົນເດີນທາງໄປເກົາຫຼີເໜືອ ເພື່ອການທ່ອງທ່ຽວ.


No comments

Powered by Blogger.