ທ່ານນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ສິງກະໂປ - ອິດສະຫຼະ

ທ່ານນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ສິງກະໂປ



ກະຊວງການຕ່າງປະເທດລາຍງານວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ໃນລະຫວ່າງວັນທີ 27-28 ເມສາ 2018 ນີ້ ທີ່ປະເທດສິງກະໂປ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງສິງກະໂປ ແລະ ຈະດຳເນີນໄປພາຍໃຕ້ຄຳຂວັນ “ຄວາມເຂັ້ມແຂງ ແລະ ທັນສະໄໝ”, ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້ ບັນດາຜູ້ນຳປະເທດສະມາຊິກອາຊຽນ ຈະໄດ້ຮ່ວມກັນຕີລາຄາ, ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືວຽກງານການເຊື່ອມໂຍງພາກພື້ນ, ພ້ອມທັງປຶກສາຫາລື ທິດທາງແຜນການຮ່ວມມືກັນໃນອະນາຄົດ ເພື່ອບັນລຸເປົ້າໝາຍຕາມຄຳຂວັນທີ່ວາງໄວ້ໃນຄັ້ງນີ້ ແລະ ເພື່ອຮັບປະກັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ສ້າງພາກພື້ນອາຊຽນ ໃຫ້ເປັນພາກພື້ນທີ່ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ກໍ່ຄືການສົ່ງເສີມໃຫ້ປະຊາຄົມອາຊຽນ ມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມຜາສຸກ. ນອກຈາກນີ້, ບັນດາຜູ້ນຳອາຊຽນ ຈະໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຈະພົບປະສອງຝ່າຍກັບທ່ານ ລີ ຊຽນ ລຸງ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

No comments

Powered by Blogger.