ກົມອຸຕຸເຕືອນ ພາຍຸລະດູຮ້ອນ ໃນລະຫວ່າງ 25-27 ເມສາ 2018 ນີ້ ໃນ 12 ແຂວງຂອງປະເທດ - ອິດສະຫຼະ

ກົມອຸຕຸເຕືອນ ພາຍຸລະດູຮ້ອນ ໃນລະຫວ່າງ 25-27 ເມສາ 2018 ນີ້ ໃນ 12 ແຂວງຂອງປະເທດ



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ເລກທີ 0409/ກອຕທ ລົງວັນທີ 24 ເມສາ 2018 ເລື່ອງ ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ ວ່າ: ໃນໄລຍະວັນທີ 25-27 ເມສາ 2018 ເນື່ອງຈາກມີຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມ ຢູ່ພາກເໜືອ ຫາ ພາກກາງຂອງປະເທດດ້ວຍກຳລັງອ່ອນ ຫາ ປານກາງ, ສົມທັບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ມີກຳລັງແຮງພັດປົກຄຸມ.

ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ເຊິ່ງຈະມີລົມພັດແຮງ, ຝົກຕົກ,​ ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ຢູ່ບາງທ້ອງຖິ່ນແຂວງ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ທີ່ຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ,​ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ເຂດແຂວງດັ່ງກ່າວ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດ ມີການປ່ຽນແປງໃນໄລຍະວັນທີ 25-27 ເມສາ 2018, ໃຫ້ຢູ່ຫ່າງຈາກຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ຫຼີກເວັ້ນການຢູ່ເດີ່ນກວ້າງ ເພາະຈະມີຄວາມສ່ຽງຕໍ່ການເກີດຟ້າຜ່າ.



No comments

Powered by Blogger.