ຈີນຊ້ອມຮົບ ໃນທະເລຈີນຕາເວັນອອກ ນຳໂດຍເຮືອບັນທຸກຍົນຮົບຫຼຽວໜິງ - ອິດສະຫຼະ

ຈີນຊ້ອມຮົບ ໃນທະເລຈີນຕາເວັນອອກ ນຳໂດຍເຮືອບັນທຸກຍົນຮົບຫຼຽວໜິງ



ສຳນັກຂ່າວຊິນຫົວຂອງຈີນລາຍງານ 24 ເມສາ 2018 ວ່າ: ກອງເຮືອຮົບຂອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍເຮືອບັນທຸກຍົນຮົບຫຼຽວໜິງ ພ້ອມເຮືອຕິດຕາມ ເຂົ້າຮ່ວມພາລະກິດເຝິກຊ້ອມຮົບຕໍ່ຕ້ານຍານພາຫະນະທາງອາກາດ ແລະ ຕໍ່ຕ້ານເຮືອດຳນ້ຳ ໃນເຂດນ່ານນ້ຳສາກົນຂອງທະເລຈີນຕາເວັນອອກ ເມື່ອວັນອາທິດທີ່ຜ່ານມາ, ຂະນະທີ່ລັດຖະບານຍີ່ປຸ່ນຍັງບໍ່ສະແດງທ່າທີຕໍ່ການຊ້ອມຮົບຄັ້ງນີ້ຂອງຈີນ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງອາທິດດຽວ ພາຍຫຼັງທີ່ກອງທັບເຮືອຂອງກອງທັບປົດປ່ອຍປະຊາຊົນຈີນ ປະຕິບັດພາລະກິດເຝິກຊ້ອມຮົບ ດ້ວຍອາວຸດຈິງ ບໍລິເວນນ່ານນ້ຳສາກົນຂອງຊ່ອງແຄບໄຕ້ຫວັນ ເມື່ອວັນພຸດທີ 18 ເມສາ ທີ່ຜ່ານມາ, ເຊິ່ງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຊົມການເຝິກຊ້ອມດ້ວຍຕົນເອງ ແລະ ກ່າວເປັນຂວັນກຳລັງໃຈແກ່ເຈົ້າໜ້າທີ່ທະຫານ ແລະ ປະຊາຊົນກ່ຽວກັບ ຄວາມຈຳເປັນອັນເລັ່ງດ່ວນ ໃນການເພີ່ມຂີດຄວາມສາມາດດ້ານການສູ້ຮົບທາງທະເລຂອງກອງທັບປົດປ່ອຍປະຊາຊົນຈີນ.





No comments

Powered by Blogger.