ຄະນະລັດຖະບານອັງກິດ ເຫັນດີທີ່ຈະໃຊ້ມາດຕະການທາງທະຫານຕໍ່ຊີຣີ ຮ່ວມກັບພັນທະມິດ - ອິດສະຫຼະ

ຄະນະລັດຖະບານອັງກິດ ເຫັນດີທີ່ຈະໃຊ້ມາດຕະການທາງທະຫານຕໍ່ຊີຣີ ຮ່ວມກັບພັນທະມິດ



ສຳນັກຂ່າວຕ່າງປະເທດລາຍງານ 13 ເມສາ 2018 ວ່າ: ທຳນຽບລັດຖະບານອັງກິດ ອອກຖະແຫຼງການລະບຸວ່າ: ຄະນະລັດຖະບານຂອງອັງກິດເຫັນດີ ເຖິງຄວາມຈຳເປັນທີ່ຕ້ອງໃຊ້ປະຕິບັດການທາງທະຫານໃນປະເທດຊີຣີ ຮ່ວມກັບສະຫະລັດ ອາເມຣິກາ ແລະ ຝຣັ່ງ ເຊິ່ງກໍ່ເພື່ອຫຼຸດຜ່ອນຄວາມເຈັບປວດດ້ານມະນຸດສະທຳ ແລະ ຫາທາງຢຸດຢັ້ງບໍ່ໃຫ້ມີການໃຊ້ອາວຸດເຄມີອີກຕໍ່ໄປ ຈາກຝ່າຍລັດຖະບານຊີຣີ ພາຍໃຕ້ການນຳຂອງທ່ານ ບາຊາ ອັນ-ອັສຊາດ.

ຖະແຫຼງການຂອງທຳນຽບລັດຖະບານອັງກິດ ເກີດຂຶ້ນພາຍຫຼັງທີ່ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີຂອງອັງກິດ ເປັນປະທານໃນກອງປະຊຸມຄະນະລັດຖະບານວາລະສຸກເສີນ ເຊິ່ງຄະນະລັດຖະບານມີຄວາມເຫັນກົງກັນວ່າ ທ່ານນາຍົກລັດຖະມົນຕີອັງກິດຄວນຈະປະຕິບັດງານຮ່ວມກັນຕໍ່ໄປກັບພັນທະມິດ ນັ້ນກໍ່ຄື: ສະຫະລັດ ອາເມຣິກາ ແລະ ຝຣັ່ງ ເພື່ອປະສານງານການໂຕ້ຕອບຂອງບັນດາປະເທດຕ່າງໆໃນກໍລະນີດັ່ງກ່າວ.

ການປະຊຸມຂອງຄະນະລັດຖະບານອັງກິດ ເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ທານປະເທດສະຫະລັດ ອາເມຣິກາ ເປີດເຜີຍວ່າ ກຳລັງພິຈາລະນາໃຊ້ມາດຕະການທາງທະຫານ ແລະ ຝຣັ່ງກໍ່ລະບຸວ່າ ໄດ້ມີການພິສູດແລ້ວວ່າລັດຖະບານຊີຣີໃຊ້ອາວຸດເຄມີໂຈມຕີປະຊາຊົນຈິງ.

ກະແສກົດດັນຈຶ່ງເພີ່ມຫຼາຍຂຶ້ນໄປທີ່ລັດຖະບານຊີຣີ ແລະ ພັນທະມິດຜູ້ສະໜັບສະໜູນ ນັ້ນກໍ່ຄືລັດເຊຍ ທີ່ເປັນຝ່າຍຖືກກ່າວຫາວ່າມີການໃຊ້ອາວຸດເຄມີໂຈມຕີປະຊາຊົນເມື່ອວັນເສົາທີ່ຜ່ານມາ ໃນເຂດເມືອງດູມາ ທີ່ຝ່າຍກະບົດຢຶດຄອງຢູ່.

ລັດຖະບານອັງກິດລະບຸວ່າ ການໂຈມຕີດ້ວຍອາວຸດເຄມີເປັນການກະທຳທີ່ປ່າເຖື່ອນ ແລະ ເປັນການຂ້າປະຊາຊົນຜູ້ບໍລິສຸດຢ່າງໂຫດຮ້າຍ ໄຮ້ມະນຸດສະທຳ, ໂດຍຄະນະລັດຖະມົນຕີອັງກິດເຫັນວ່າ ລັດຖະບານຊີຣີເຄີຍມີປະຫວັດການໃຊ້ອາວຸດເຄມີ ແລະ ມີຄວາມເປັນໄປໄດ້ສູງວ່າຢູ່ເບື້ອງຫຼັງການໂຈມຕີດັ່ງກ່າວ.

ນອກຈາກນີ້, ສື່ໃນອັງກິດຍັງໄດ້ມີການລາຍງານວ່າ: ທ່ານ ນາງ ເທເຣຊາ ເມ ໄດ້ສັ່ງການໃຫ້ເຮືອດຳນ້ຳຂອງກອງທັບອັງກິດເຄື່ອນຕົວເຂົ້າໃກ້ຝັ່ງ ເບື້ອງຕາເວັນອອກຂອງທະເລເມດີເຕີເຣນຽນ ທີ່ຕິດກັບທິດຕາເວັນຕົກຂອງຊີຣີ ແລະ ຢູ່ໃນໄລຍະການໂຈມຕີ.


No comments

Powered by Blogger.