ກອງທັບຊີຣີ ຢຶດຄືນເຂດກູຕາ ຕາເວັນອອກໄດ້ທັງໝົດ ຈາກກຸ່ມກະບົດ - ອິດສະຫຼະ

ກອງທັບຊີຣີ ຢຶດຄືນເຂດກູຕາ ຕາເວັນອອກໄດ້ທັງໝົດ ຈາກກຸ່ມກະບົດ



ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ໂດຍອ້າງອີງຈາກລາຍງານຂອງສຳນັກຂ່າວ TASS ຂອງທາງການລັດເຊຍວ່າ ທ່ານ ພົນຕີ ຢູຣິ ເຢບທູເຊນໂກ ຜູ້ບັນຊາການສູນສັນຕິພາບ ແລະ ການປອງດອງຂອງກອງທັບລັດເຊຍ ປະຈຳຊີຣີ ກ່າວວ່າ ກອງທັບຊີຣີສາມາດຢຶດຄືນເມືອງດູມາ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນເຂດກູຕາ ຕາເວັນອອກ ແລະ ເປັນພື້ນທີ່ແຫ່ງສຸດທ້າຍທີ່ຢູ່ພາຍໃຕ້ອິດທິພົນຂອງກຸ່ມກະບົດໄດ້ສຳເລັດ ພາຍຫຼັງທີ່ກອງກຳລັງຝ່າຍຕໍ່ຕ້ານລັດຖະບານກຸ່ມ Jaysh al-Islam ທີ່ຢຶດຄອງພື້ນທີ່ດັ່ງກ່າວມາຍາວນານ ບັນລຸຂໍ້ຕົກລົງກັບລັດຖະບານໃນການຖອນກຳລັງອອກຈາກເຂດດັ່ງກ່າວ.

ສຳລັບການຖອນກຳລັງຂອງກຸ່ມ Jaysh al-Islam ຍ່ອມໝາຍຄວາມວ່າ ລັດຖະບານສາມາດຄວບຄຸມພື້ນທີ່ທັງໝົດຂອງເຂດກູຕາ ຕາເວັນອອກໄດ້ຢ່າງສົມບູນ ພາຍຫຼັງປິດລ້ອມເຂດດັ່ງກ່າວມາຕັ້ງແຕ່ເດືອນເມສາ 2013, ຂະນະທີ່ທ່ານ ພົນຕີ ຢູຣິ ເຢບທູເຊນໂກ ກ່າວເພີ່ມເຕີມວ່າ: ສະມາຊິກກຸ່ມ Jaysh al-Islam ປະມານ 4,000 ຄົນ ສົ່ງມອບອາວຸດຫຼາຍກວ່າ 400 ລາຍການໃຫ້ແກ່ເຈົ້າໜ້າທີ່ຂອງລັດຖະບານກ່ອນຈະອົບພະຍົບອອກຈາກເມືອງ ແລະ ລັດຖະບານລັດເຊຍໄດ້ເສີມກຳລັງທະຫານຮັກສາຄວາມສະຫງົບໃນເຂດດັ່ງກ່າວ ເພື່ອເພີ່ມປະສິດທິພາບໃນການຮັກສາຄວາມປອດໄພພາຍໃນເມືອງດູມາ.


ເຊິ່ງສະໜາມຮົບເຂດກູຕາ ຕາເວັນອອກ ໄດ້ທະວີຄວາມຮຸນແຮງມາຕັ້ງແຕ່ເດືອນກຸມພາ ທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,700 ຄົນ, ຂະນະທີ່ມີການອົບພະຍົບປະຊາຊົນອອກຈາກເຂດກູຕາ ຕາເວັນອອກແລ້ວຫຼາຍກວ່າ 165,000 ຄົນ ໃນຈຳນວນນີ້ຢ່າງໜ້ອຍ 41,000 ຄົນ ອົບພະຍົບອອກຈາກເມືອງດູມາ. ເຖິງຢ່າງໃດກໍ່ຕາມ, ເຫດການໂຈມຕີປະຊາຊົນໃນເມືອງດູມາ ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງຝ່າຍປະເທດຕາເວັນຕົກອ້າງວ່າມີການໃຊ້ອາວຸດເຄມີຂ້າປະຊາຊົນ ເສຍຊີວິດລະຫວ່າງ 40-70 ຄົນນັ້ນ ຫຼາຍຝ່າຍກຳລັງຕິດຕາມວ່າຈະລຸກລາມເປັນປະຕິບັດການທາງທະຫານຄັ້ງໃຫຍ່ລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍຫຼືບໍ່ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຂົ່ມຂູ່ລັດເຊຍ ໃຫ້ກຽມພ້ອມຮັບມືກັບຂີປະນາວຸດຈາກສະຫະລັດ ອາເມຣິກາ ທີ່ຈະໂຈມຕີຊີຣີໃນໄວໆນ່ີ້.


No comments

Powered by Blogger.