ປະຊາຊົນອາຟຣິກາກາງປະທ້ວງບໍ່ພໍໃຈ UN ທີ່ປະທະກັບກຸ່ມ PK5 ຕາຍ 19 ຄົນ - ອິດສະຫຼະ

ປະຊາຊົນອາຟຣິກາກາງປະທ້ວງບໍ່ພໍໃຈ UN ທີ່ປະທະກັບກຸ່ມ PK5 ຕາຍ 19 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ຈາກນະຄອນຫຼວງບັງກີ ສາທາລະນະລັດ ອາຟຣິກາກາງວ່າ: ເນື່ອງມາຈາກເຫດຄວາມຮຸນແຮງຂອງການປະທະກັນລະຫວ່າງທະຫານຮັກສາສັນຕິພາບຂອງສະຫະປະຊາຊາດໃນນາມ MINUSCA ກັບກຸ່ມທະຫານຮັບຈ້າງ PK5 ໃນເຂດຊຸມຊົນແຫ່ງໜຶ່ງຂອງນະຄອນຫຼວງບັງກີ ເມື່ອຕົ້ນອາທິດນີ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ ໜຶ່ງໃນນັ້ນຄືທະຫານຂອງສະຫະປະຊາຊາດ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 40 ຄົນ ແຕ່ຫຼັງຈາກນັ້ນມີປະຊາຊົນຈຳນວນໜຶ່ງອອກມາສະແດງຄວາມບໍ່ພໍໃຈ ຕໍ່ປະຕິບັດການທາງທະຫານຂອງສະຫະປະຊາຊາດ ດ້ວຍການນຳເອົາຮ່າງຂອງຜູ້ເສຍຊີວິດມາວາງປະທ້ວງໜ້າສຳນັກງານຂອງສະຫະປະຊາຊາດ ໃນນະຄອນຫຼວງບັງກີ.


ໃນດ້ານຂອງສະຫະປະຊາຊາດ ແມ່ນໄດ້ອອກຖະແຫຼງການວ່າ ນັ້ນແມ່ນຄວາມບໍ່ຫວັງດີຂອງບາງກຸ່ມຄົນ ໃນການໃຊ້ຮ່າງຂອງຜູ້ເສຍຊີວິດເປັນເຄື່ອງມືໂຄສະນາຊວນເຊື່ອ ປຸກລະດົມວ່າສະຫະປະຊາຊາດຂ້າປະຊາຊົນຜູ້ບໍລິສຸດ ທີ່ໂດຍຄວາມຈິງແລ້ວ, ປະຕິບັດການດັ່ງກ່າວເປັນໄປຕາມການໄດ້ຮັບລາຍງານຈາກປະຊາຊົນ ວ່າມີສະຖານທີ່ທີ່ເປັນແຫຼ່ງສຸມຂອງກຸ່ມ PK5 ໃນການວາງແຜນກໍ່ເຫດຮຸນແຮງ, ນອກນີ້ ໃນລະຫວ່າງການປະທະ ກຸ່ມຄົນຮ້າຍໄດ້ຍິງຕອບໂຕ້ທະຫານຂອງ MINUSCA ຢ່າງໜັກໜ່ວງ.

ເຫດການປະທະກັນດັ່ງກ່າວ, ຖືວ່າຮຸນແຮງທີ່ສຸດຄັ້ງໜຶ່ງ ນັບຕັ້ງແຕ່ MINUSCA ເຂົ້າມາປະຈຳການໃນນະຄອນຫຼວງບັງກີ ເມື່ອເດືອນເມສາ 2014 ເພື່ອປະຕິບັດພາລະກິດຮັກສາສະຖຽນລະພາບໃຫ້ກັບສາທາລະນະລັດ ອາຟຣິກາກາງ ປະເທດທີ່ເປັນອະດີດອານານິຄົມຂອງຝຣັ່ງ ແລະ ຂາດສະຖຽນລະພາບທາງການເມືອງຢ່າງຮ້າຍແຮງ ນັບຕັ້ງແຕ່ເກີດເຫດແນວຮ່ວມກອງກຳລັງຝ່າຍຕໍ່ຕ້ານລັດຖະບານ ເຊິ່ງເປັນຊາວມຸດສະລິມ ໂຄ່ນລົ້ມອຳນາດທ່ານ ປະທານປະເທດ ຟຼອງຊົວ ໂບຊິເຊ ທີ່ນັບຖືສາສະໜາຄຼິສ ເມື່ອປີ 2013 ແລະ ທ່ານ ຟຼອງຊົວ ໂບຊິເຊ ເອງກໍ່ຜູກຂາດອຳນາດການບໍລິການປະເທດມາຍາວນານເຖິງ 1 ທົດສະວັດ.




No comments

Powered by Blogger.