ປ.ປູຕິນ ເຕືອນອິດສະຣາແອນ ໃຫ້ຖອຍຫ່າງຈາກພຶດຕິກຳ ທີ່ເປັນການທຳລາຍສະຖຽນລະພາບໃນຊີຣີ - ອິດສະຫຼະ

ປ.ປູຕິນ ເຕືອນອິດສະຣາແອນ ໃຫ້ຖອຍຫ່າງຈາກພຶດຕິກຳ ທີ່ເປັນການທຳລາຍສະຖຽນລະພາບໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ວ່າ: ທຳນຽບປະທານປະເທດລັດເຊຍ ອອກຖະແຫຼງການເມື່ອວັນພຸດ ທີ່ຜ່ານມາ ເຖິງການສົນທະນາທາງໂທລະສັບລະຫວ່າງທ່ານ ປູຕິນ ປະທານປະເທດລັດເຊຍ ກັບທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໂດຍຜູ້ນຳລັດເຊຍໄດ້ກ່າວເຕືອນອິດສະຣາແອນ ໃຫ້ຖອຍຫ່າງຈາກພຶດຕິກຳໃດກໍ່ຕາມ ທີ່ເປັນການທຳລາຍສະຖຽນລະພາບຂອງລັດຖະບານຊີຣີ ແລະ ເປັນການທຳລາຍຄວາມໝັ້ນຄົງພາຍໃນຊີຣີ ໂດຍທ່ານ ປູຕິນ ເນັ້ນຢ້ຳເຖິງຄວາມສຳຄັນຂອງການເຄົາລົບອະທິປະໄຕຂອງຊີຣີ ແລະ ກ່າວເຖິງເຫດການທີ່ຂີປະນາວຸດໂຈມຕີຖານທັບອາກາດ T-4 ຂອງຊີຣີ ໃນເມືອງຮອມ ຂອງຊີຣີ ເມື່ອຕົ້ນອາທິດນີ້.
ເຖິງຢ່າງໃດກໍ່ຕາມ, ຖະແຫຼງການຂອງທຳນຽບນາຍົກລັດຖະມົນຕີອິດສະຣາແອນລະບຸວ່າ: ທ່ານ ເບນຈາມິນ ເນທັນຢາຮູ ກ່າວກັບທ່ານ ປູຕິນ ວ່າອິດສະຣາແອນຈະບໍ່ມີທາງຍອມໃຫ້ອີຣານ ເຂົ້າໄປຕັ້ງຖານທັບໃນຊີຣີຢ່າງເດັດຂາດ ໂດຍຍັງບໍ່ໄດ້ສະແດງທ່າທີໃນທາງໃດຕໍ່ຂໍ້ກ້າວຫາຂອງລັດຖະບານລັດເຊຍ ວ່າອິດສະຣາແອນສົ່ງຍົນຮົບຂ້າມຊາຍແດນເຂົ້າໄປຍິງຂີປະນາວຸດ 8 ລູກ ໂຈມຕີຖານທັບ T-4 ເມື່ອວັນຈັນທີ່ຜ່ານມາ ເຖິງແມ່ນວ່າລະບົບປ້ອງກັນໄພທາງອາກາດຂອງຊີຣີຈະສາມາດສະກັດໄດ້ໄດ້ 5 ລູກ ແຕ່ອີກ 3 ລູກສາມາດທຳລາຍເປົ້າໝາຍໄດ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 14 ຄົນ ເປັນທີ່ປຶກສາທາງການທະຫານຂອງອີຣານ.
ສະຖານະການດັ່ງກ່າວ ເກີດຂຶ້ນໃນເວລາດຽວກັນກັບທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຕືອນໃຫ້ລັດເຊຍ ກຽມຄວາມພ້ອມຮັບມືກັບຂີປະນາວຸດຂອງສະຫະລັດ ອາເມຣິກາ ທີ່ກຳລັງຈະໂຈມຕີຊີຣີໃນອີກບໍ່ດົນນີ້ ເພື່ອຕອບໂຕ້ເຫດການທີ່ປະຊາຊົນປະມານ 40-70 ຄົນ ເສຍຊີວິດຈາກການໄດ້ຮັບແກັສພິດ ຈາກອາວຸດເຄມີ ໃນເມືອງດູມາ ຂອງເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ເມື່ອທ້າຍອາທິດທີ່ຜ່ານມາ, ຂະນະທີ່ລັດຖະບານລັດເຊຍປະກາດ ຈະປ້ອງກັນຂີປະນາວຸດທຸກລູກຂອງສະຫະລັດ ອາເມຣິກາ ທີ່ມີເປົ້າໂຈມຕີເຂົ້າສູ່ຊີຣີ, ໃນຂະນະທີ່ເຮືອຮົບ ຂອງສະຫະລັດ ອາເມຣິກາ ທີ່ຕິດຕັ້ງລະບົບຂີປະນາວຸດນຳວິຖີ USS Donald Cook ລອຍລຳລໍຖ້າຮັບຄຳສັ່ງຢູ່ໃນເຂດນ່ານນ້ຳສາກົນ ເບື້ອງຕາເວັນອອກຂອງທະເລເມດີເຕີເຣນຽນແລ້ວ.


No comments

Powered by Blogger.