ຄືບໜ້າ ເຫດຍົນກອງທັບອານເຊຣີຕົກ ເສຍຊີວິດທັງໝົດ 257 ຄົນ - ອິດສະຫຼະ

ຄືບໜ້າ ເຫດຍົນກອງທັບອານເຊຣີຕົກ ເສຍຊີວິດທັງໝົດ 257 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ວ່າ: ກະຊວງປ້ອງກັນປະເທດອານເຊຣີ ອອກຖະແຫຼງການ ເຫດຍົນຂົນສົ່ງຂອງກອງທັບ ລຸ້ນ Il-76 ທີ່ຈະເດີນທາງໄປເມືອງທິນດູບ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ຕົກໃກ້ກັບຖານທັບບູຟາຣິກ ເມື່ອວັນທີ 11 ເມສາ 2018 ທີ່ຜ່ານມານັ້ນ ເຮັດໃຫ້ມີຜູ້ເສຍຊີວິດທັງ 257 ຄົນ ປະກອບດ້ວຍຜູ້ໂດຍສານທີ່ເປັນທະຫານ 247 ຄົນ ແລະ ຈຸບິນ 10 ຄົນ.

ລັດຖະບານອານເຊຣີ ໄດ້ປະກາດໄວ້ທຸກໃຫ້ກັບໂສກອະນາດຕະກຳຄັ້ງນີ້ ເປັນເວລາ 3 ວັນ, ຂະນະທີ່ທ່ານ ພົນເອກ ອາເໝັດ ກາຢິດ ຊາເລາະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດອານເຊເຣີ ໄດ້ແຕ່ງຕັ້ງຄະນະກຳມະການ ເພື່ອກວດສອບເຖິງສາເຫດຂອງເຫດການຄັ້ງນີ້ແລ້ວ.

Il-76 ເປັນທັງຍົນຂົນສ່ົງລຳລຽງຂອງກອງທັບ ແລະ ຍົນຂົນສົ່ງທາງທຸລະກິດ ອອກແບບໃນສະໄໝຂອງສະຫະພາບໂຊວຽດ ແລະ ເລີ່ມຜະລິດໃນຊຸ່ມປີ 1970 ແລະ ສະຖິຕິໂດຍລວມມີຄວາມປອດໄພສູງ.




No comments

Powered by Blogger.