ປະຊາຊົນອິນໂດເນເຊຍ ຕາຍກວ່າ 100 ຄົນ ຈາກການກິນເຫຼົ້າເຖື່ອນ - ອິດສະຫຼະ

ປະຊາຊົນອິນໂດເນເຊຍ ຕາຍກວ່າ 100 ຄົນ ຈາກການກິນເຫຼົ້າເຖື່ອນ



ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ ຈຳນວນຜູ້ເສຍຊີວິດຈາກການບໍລິໂພກເຫຼົ້າເຖື່ອນ ໃນປະເທດນັບຕັ້ງແຕ່ຕົ້ນເດືອນນີ້ ເພີ່ມເປັນຫຼາຍກວ່າ 100 ຄົນແລ້ວ, ໂດຍພື້ນທີ່ທີ່ພົບຜູ້ເສຍຊີວິດ ແລະ ຜູ້ປ່ວຍຫຼາຍທີ່ສຸດຢູ່ຝັ່ງຕາເວັນຕົກຂອງເກາະຊວາ ເຊິ່ງເປັນບໍລິເວນທີ່ມີປະຊາຊົນອາໄສຢູ່ເປັນຈຳນວນຫຼາຍ ນອກຈາກນີ້ຍັງມີແຂວງກາລີມັນຕັນໃຕ້, ເກາະບໍນຽວ ແລະ ແຂວງປາປົວທີ່ຢູ່ທາງທິດຕາເວັນອອກສຸດຂອງປະເທດ, ຂະນະທີ່ສະເພາະໃນນະຄອນຫຼວງຈາກາຕາ ພົບຜູ້ເສຍຊີວິດຢ່າງໜ້ອຍ 31 ຄົນ ແລະ ເມືອງບັນດຸງ ເຊິ່ງເປັນເມືອງໃຫຍ່ອັນດັບ 3 ຂອງປະເທດ ປະກາດສະຖານະການສຸກເສີນຈາກບັນຫາເຫຼົ້າເຖື່ອນ ເມື່ອຕົ້ນອາທິດນີ້.


ໃນດ້ານຂອງທ່ານ ພົນຕຳຫຼວດເອກ ມູຣຳໝັດ ໄຊອາຟຼຸດດິນ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຽ ກ່າວວ່າສະຖານະການທີ່ເກີດຂຶ້ນນັ້ນ ເປັນສິ່ງທີ່ໜ້າເຫຼືອເຊື່ອ ແລະ ຮຸນແຮງຫຼາຍ ເນື່ອງຈາກຈຳນວນຜູ້ເສຍຊີວິດຖືວ່າຫຼາຍທີ່ສຸດນັບຕັ້ງແຕ່ປີ 2016 ທີ່ໃນຕອນນັ້ນພົບພຽງ 36 ຄົນ ເທົ່ານັ້ນຕະຫຼອດໄລຍະ 1 ປີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຍົກລະດັບຄວາມເຂັ້ມງວດໃນການກວາດລ້າງ ພາຍຫຼັງຈັບກຸມຜູ້ຕ້ອງສົງໄສໄດ້ແລ້ວ 9 ຄົນ ພ້ອມຂອງກາງເປັນເຫຼົ້າເຖື່ອນທີ່ຈຳໜ່າຍໃນລາຄາແກ້ວລະ 25,000 ຣູເປັຍ.

ໂດຍອິນໂດເນເຊຍ ຖືເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດຂອງໂລກ ໄດ້ບັງຄັບໃຊ້ກົດໝາຍຫ້າມຈຳໜ່ວຍເຄື່ອງດື່ມທາດເຫຼົ້າໃນຮ້ານຂາຍຍ່ອຍ ມາຕັ້ງແຕ່ປີ 2015 ເປັນຕົ້ນມາ, ໂດຍອະນຸຍາດໃຫ້ພຽງສູນການຄ້າຂະໜາດໃຫຍ່, ໂຮງແຮມ, ພັດຕາຄານ ແລະ ສະຖານບັນເທີງຍາມຄ່ຳຄື່ນເທົ່ານັ້ນ.


No comments

Powered by Blogger.