ທ່ານນາຍົກ ເນັ້ນໜັກໃຫ້ແຂວງຄຳມ່ວນເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບ ແລະ ພາຫະນະໃຫ້ຖືກຕ້ອງຕາມກົດໝາຍ,​ ອື່ນໆ - ອິດສະຫຼະ

ທ່ານນາຍົກ ເນັ້ນໜັກໃຫ້ແຂວງຄຳມ່ວນເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບ ແລະ ພາຫະນະໃຫ້ຖືກຕ້ອງຕາມກົດໝາຍ,​ ອື່ນໆ



ເມື່ອວັນທີ 10 ເມສາ 2018 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາຄະນະໄປເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ການຜະລິດຢູ່ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາພະແນກການ ແລະ ພາກສ່ວນ ທີ່ກ່ຽວຂ້ອງພາຍໃນແຂວງດັ່ງກ່າວ.


ການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຈາກທ່ານເຈົ້າແຂວງ ເຊິ່ງເຫັນວ່າ: ທົ່ວແຂວງສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 7.78%, ສະເລັ່ຍລາຍຮັບຕໍ່ຫົວຄົນໄດ້ 2,098 ໂດລາສະຫະລັດ; ທົ່ວແຂວງ ຍັງມີຄອບຄົວທຸກຍາກ 894 ຄອບຄົວ ເທົ່າກັບ 1.18% ຂອງຈໍານວນຄອບຄົວທັງໝົດ, ມີບ້ານທຸກຍາກ 10 ບ້ານ ເທົ່າກັບ 1.74% ຂອງຈໍານວນບ້ານທັງໝົດ; ແລະ ອື່ນໆ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກໍ່ຄືຜູ້ຕາງໜ້າກະຊວງທີ່ເຂົ້າຮ່ວມຕິດຕາມການເຄື່ອນໄຫວໃນຄັ້ງນີ້ ມີຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ ເປັນຕົ້ນ ວຽກງານໂຍທາທິການ ແລະ ຂົນສົ່ງ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ວຽກງານພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ.

ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດທີ່ອຳນາດການປົກຄອງ ແລະ ປະຊາຊົນ ຊາວແຂວງຄຳມ່ວນ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງ ຍົກໃຫ້ເຫັນສະພາບການພັດທະນາທີ່ພົ້ນເດັ່ນຂອງປະເທດ, ມູນເຊື້ອອັນດີງາມ ແລະ ທ່າແຮງໃນການພັດທະນາ ຂອງແຂວງຄຳມ່ວນ.

ເພື່ອເປັນທິດທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ດີຂຶ້ນກວ່າເກົ່າ. ທ່ານາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ການນຳຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ

- ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ໂດຍມີມາດຕະການທີ່ເໝາະສົມ, ເຂັ້ມງວດ, ໂປ່ງໃສ, ຄົບຖ້ວນ, ທັນເວລາ, ສາມາດກວດສອບໄດ້;

- ເອົາໃຈໃສ່ກວດກາຄືນ, ແກ້ໄຂ ແລະ ຄຸ້ມຄອງ ວຽກງານພາຫະນະ ແລະ ການຂົນສົ່ງ ໃຫ້ມີການເຄື່ອນໄຫວຢ່າງຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຄັ່ງຄັດ;

- ເອົາໃຈໃສ່ຕໍ່ການຄຸ້ມຄອງການລົງທຶນຂອງລັດຢ່າງມີຈຸດສຸມ, ມີການເລືອກເຟັ້ນ, ຄິດໄລ່ລາຄາສົມເຫດສົມຜົນ ບົນພື້ນຖານຈິດໃຈ ປະຢັດມັດທະຍັດ, ມີຄຸນນະພາບ, ໄດ້ມາດຕະຖານ, ນຳໃຊ້ໄດ້ຍາວນານ ແລະ ເກີດມີປະສິດທິຜົນ ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ພ້ອມກັນນັ້ນ ກໍ່ອຳນວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫຼາຍຂຶ້ນເລື້ອຍໆ ໃນຂະນະດຽວກັນ ກໍ່ໃຫ້ສົມທົບກັນກວດກາ ແລະ ປະເມີນຄືນ ບັນດາໂຄງການທີ່ມາລົງທຶນຢູ່ພາຍໃນແຂວງ ຖ້າເຫັນວ່າ ໂຄງການໃດບໍ່ມີປະສິດທິຜົນ ຫຼື ບໍ່ລົງມືຈັດຕັ້ງປະຕິບັດຕາມກຳນົດເວລາ ກໍ່ຄື ສັນຍາ ແມ່ນໃຫ້ຮີບຮ້ອນແກ້ໄຂຢ່າງຂາດຕົວ;

- ສືບຕໍ່ເຂັ້ມງວດ, ເດັດຂາດ ແລະ ມີຄວາມສະເໝີພາບໃນສັງຄົມ ຕໍ່ການປະຕິບັດລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ຄຳສັ່ງເລກທີ 15/ນຍ, ການນໍາເຂົ້າສິນຄ້າ, ການແກ້ໄຂບັນຫາການນໍາເຂົ້າລົດບໍ່ຖືກຕ້ອງ, ການແກ້ໄຂບັນຫາຢາເສບຕິດ, ການເສຍພັນທະພາສີອາກອນຕ່າງໆ ແລະ ອື່ນໆ ໃນນັ້ນ ວຽກໃດມີເງື່ອນສາມາດຫັນໄປສູ່ທັນສະໄໝ ແລະ ມີຄວາມໂປ່ງໄສໄດ້ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດ (ບໍ່ແກ່ຍາວເວລາ) ໂດຍສະເພາະ ວຽກງານການເກັບລາຍຮັບເຂົ້າງົບປະມານ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຄຳມ່ວນ ໃນຄັ້ງນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ຍັງໄດ້ໄປພົບປະໂອ້ລົມປະຊາຊົນ ກຸ່ມບ້ານດອນຂຽວ, ຢ້ຽມຢາມໂຮງສີເຂົ້າບຸນມີ ບ້ານດົງຂວາງ ເມືອງໜອງບົກ ແລະ ຢ້ຽມຢາມບໍລິສັດ ລາວຫົງທອງອຸດສາຫະກຳ ຈຳກັດ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ຕື່ມອີກ.



No comments

Powered by Blogger.