ທ່ານນາຍົກ ເນັ້ນໜັກໃຫ້ແຂວງສະຫວັນນະເຂດເອົາໃຈໃສ່ໃນຫຼາຍດ້ານ ໂດຍສະເພາະການເບີກຈ່າຍເງິນເດືອນລັດຖະກອນ - ອິດສະຫຼະ

ທ່ານນາຍົກ ເນັ້ນໜັກໃຫ້ແຂວງສະຫວັນນະເຂດເອົາໃຈໃສ່ໃນຫຼາຍດ້ານ ໂດຍສະເພາະການເບີກຈ່າຍເງິນເດືອນລັດຖະກອນ



ເມື່ອວັນທີ 9 ເມສາ 2018 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາຄະນະ ໄປເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ແຂວງສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາພະແນກການ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງດັ່ງກ່າວ.


ການເຮັດວຽກຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງຂອງແຂວງ, ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຈາກທ່ານເຈົ້າແຂວງ ເຊິ່ງເຫັນວ່າ: ທົ່ວແຂວງສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມປອດໄພໂດຍພື້ນຖານ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າດີຂື້ນກວ່າເກົ່າ; ທົ່ວແຂວງຍັງມີຄອບຄົວທຸກຍາກ 7,970 ຄອບຄົວ ເທົ່າກັບ 4.85% ຂອງຈໍານວນຄອບຄົວໃນທົ່ວແຂວງ, ຍັງມີບ້ານທຸກຍາກ 110 ບ້ານ ເທົ່າກັບ 10.7% ຂອງຈໍານວນບ້ານໃນທົ່ວແຂວງ; ເສດຖະກິດຂະຫຍາຍຕົວສະເລ່ຍ 9.52%, ສະເລ່ຍຕໍ່ຫົວຄົນໄດ້ 1,952 ໂດລາສະຫະລັດ ແລະ ອື່ນໆ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກໍ່ຄືຜູ້ຕາງໜ້າກະຊວງທີ່ກ່ຽວຂ້ອງຜັດປ່ຽນກັນມີຄຳເຫັນ ເພື່ອໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ຕິດພັນກັບຂະແໜງການຂອງຕົນ ໂດຍສະເພາະແມ່ນບັນຫາທີ່ທາງແຂວງສະຫວັນນະເຂດ ໄດ້ຍົກຂຶ້ນມານຳສະເໜີ ເປັນຕົ້ນ ວຽກງານກະສິກຳ ແລະ ຊົນລະປະທານ, ວຽກງານອຸດສາຫະກຳ ແລະ ການຄ້າ, ການຄຸ້ມຄອງການລົງທຶນ, ການແບ່ງຕົວເລກລັດຖະກອນ, ການຂະຫຍາຍຕາໜ່າງໄຟຟ້າໃຫ້ປະຊາຊົນຊົມໃຊ້, ການກໍ່ສ້າງເສັ້ນທາງ, ການຄຸ້ມຄອງແຮງງານ, ການປະຕິບັດວຽກງານສະຫວັດດີການສັງຄົມ ແລະ ອື່ນໆ.

ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ  ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດທີ່ອຳ ນາດການປົກຄອງ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງ ຍົກໃຫ້ເຫັນ ສະພາບການພັດທະນາທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ປະເທດເຮົາກຳລັງປະເຊີນ ລວມທັງມູນເຊື້ອອັນດີງາມ ແລະ ທ່າແຮງໃນການພັດທະນາຂອງແຂວງສະຫວັນນະເຂດ ເພື່ອເປັນທິດທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ໄດ້ຮັບການພັດທະນາຢ່າງຮອບດ້ານໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ການນຳຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:

- ເອົາໃຈໃສ່ຕໍ່ການເບີກຈ່າຍເງິນເດືອນແກ່ພະນັກງານ-ລັດຖະກອນ ໃຫ້ໄດ້ທັນກຳນົດເວລາຢ່າງເປັນປົກກະຕິ ໂດຍໃຫ້ຖືເປັນໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງທຸກຂັ້ນ;

- ລົງເລິກຄຸ້ມຄອງລາຄາສິນຄ້າ ດ້ວຍຄວາມເປັນເຈົ້າການ, ແທດເຖິງຕົວຈິງ ແລະ ກາຍເປັນແບບຢ່າງໃຫ້ແກ່ທ້ອງຖິ່ນອື່ນ ໂດຍຈຳກັດການນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ຈາກພາຍໃນ, ສົ່ງເສີມການສ້າງມູນຄ່າໃຫ້ແກ່ຜະລິດຕະພັນພາຍໃນ ໂດຍສະເພາະແມ່ນຜົນຜະລິດຂອງປະຊາຊົນ, ເຮັດໃຫ້ລາຄາສິນຄ້າ ເປັນໄປຕາມການກຳນົດໃນແຕ່ລະໄລຍະຢ່າງເຄັ່ງຄັດ ເຊິ່ງເຮັດແນວໃດໃຫ້ວຽກງານນີ້ ມີການຫັນປ່ຽນຢ່າງຈະແຈ້ງ;

- ເອົາໃຈໃສ່ຕໍ່ການຄຸ້ມຄອງການລົງທຶນຂອງລັດຢ່າງມີຈຸດສຸມ, ມີການເລືອກເຟັ້ນ, ຄິດໄລ່ລາຄາສົມເຫດສົມຜົນບົນພື້ນຖານຈິດໃຈປະຢັດມັດທະຍັດ, ມີຄຸນນະພາບ, ໄດ້ມາດຕະຖານ, ນຳໃຊ້ໄດ້ຍາວນານ ແລະ ເກີດມີປະສິດທິຜົນຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ພ້ອມກັນນັ້ນ ກໍ່ອຳນວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫຼາຍຂຶ້ນເລື້ອຍໆ;

- ສືບຕໍ່ເຂັ້ມງວດ, ເດັດຂາດ ແລະ ມີຄວາມສະເໝີພາບໃນສັງຄົມຕໍ່ການປະຕິບັດລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ຄຳສັ່ງເລກທີ 15/ນຍ, ການນຳເຂົ້າສິນຄ້າ ແລະ ນໍ້າມັນເຊື້ອໄຟ, ການແກ້ໄຂບັນຫາການນຳເຂົ້າລົດບໍ່ຖືກຕ້ອງ, ການແກ້ໄຂບັນຫາຢາເສບຕິດ, ການເສຍພັນທະພາສີອາກອນຕ່າງໆ ແລະ ອື່ນໆ ໃນນັ້ນ ວຽກໃດມີເງື່ອນສາມາດຫັນໄປສູ່ທັນສະໄໝ ແລະ ມີຄວາມໂປ່ງໃສໄດ້ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດ (ບໍ່ແກ່ຍາວເວລາ) ໂດຍສະເພາະ ວຽກງານການເກັບລາຍຮັບເຂົ້າງົບປະມານ; ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງທີ່ດິນ ແລະ ຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມທັງ ເກັບກູ້ໃນສ່ວນທີ່ຕົກເຮ່ຍໄປ ກັບຄືນມາໃຫ້ລັດຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໄສ ແລະ ທັນຕາມ ກຳນົດເວລາ.



ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ ໃນຄັ້ງນີ້, ຄະນະຂອງທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມຟາມລ້ຽງໝູວັນທະວີໄຊ ຢູ່ບ້ານຫຼັກ 35 ເມືອງຈຳພອນ, ໄປພົບປະໂອ້ລົມປະຊາຊົນ ບ້ານທ່າຂາມລຽນ ແລະ  ຢ້ຽມຢາມກຸ່ມຜະລິດຫັດຖະກຳຕໍ່າແຜ່ນ ບ້ານລະຫານ້ຳ ເມືອງສອງຄອນ ຕື່ມອີກ.

No comments

Powered by Blogger.