ປ.ທຣຳ ເຕືອນລັດເຊຍ ໃຫ້ກຽມພ້ອມຮັບຂີປະນາວຸດ ທີ່ຈະຍິງຕອບໂຕ້ຊີຣີ ທີ່ໃຊ້ອາວຸດເຄມີ, ຂະນະທີ່ EU ເຕືອນຫ້າມບິນຜ່ານ - ອິດສະຫຼະ

ປ.ທຣຳ ເຕືອນລັດເຊຍ ໃຫ້ກຽມພ້ອມຮັບຂີປະນາວຸດ ທີ່ຈະຍິງຕອບໂຕ້ຊີຣີ ທີ່ໃຊ້ອາວຸດເຄມີ, ຂະນະທີ່ EU ເຕືອນຫ້າມບິນຜ່ານ



ສຳນັກຂ່າວຕ່າງປະເທດລາຍງານ 11 ເມສາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ວ່າ: “ລັດເຊຍປະກາດຈະຍິງທຸກຂີປະນາວຸດທີ່ມີເປົ້າໂຈມຕີຊີຣີ. ກຽມຕົວໄວ້ລັດເຊຍ ເພາະມັນ (ຂີປະນາວຸດ) ກຳລັງຈະມາແນ່ນອນ ທີ່ທັງດີ, ໃໝ່ ແລະ ສະຫຼາດ! ທ່ານບໍ່ໜ້າໄປເປັນພວກດຽວກັນກັບສັດຂ້າຄົນດ້ວຍແກັດພິດ ແລະ ມ່ວນຊື່ນກັບການກະທຳແບບນັ້ນ”
ເຊິ່ງກ່ອນໜ້ານີ້, ລັດຖະບານຊີຣີໄດ້ປະຕິເສດວ່າຢູ່ເບື້ອງຫຼັງການໃຊ້ອາວຸດເຄມີໂຈມຕີເມືອງດູມາ, ໃນຂະນະທີ່ສະຫະລັດ ອາເມຣິກາກໍ່ໄດ້ຂົ່ມຂູ່ວ່າຈະຕອບໂຕ້ຢ່າງຮຸນແຮງ ຕໍ່ກໍລະນີດັ່ງກ່າວ ແຕ່ລັດເຊຍເຊື່ອວ່າເປັນພຽງຂໍ້ອ້າງຂອງສະຫະລັດ ອາເມຣິກາ ທີ່ຈະໃຊ້ໂຈມຕີປະເທດພັນທະມິດຂອງຕົນ ລວມທັງກ່າວວ່າຈະຍິງຕໍ່ຕ້ານຂີປະນາວຸດທີ່ມີເປົ້າໂຈມຕີຊີຣີ.

ນອກຈາກນີ້, ທ່ານ ໂດໂນ ທຣຳ ແລະ ກຸ່ມປະເທດພັນທະມິດໃນຕາເວັນຕົກ ກຳລັງປຶກສາຫາລືກັນ ເຖິງຄວາມເປັນໄປໄດ້ໃນການໃຊ້ປະຕິບັດການທາງທະຫານ ເພື່ອລົງໂທດລັດຖະບານຊີຣີ ພາຍໃຕ້ການນຳພາຂອງທ່ານ ບາຊາ ອັນ-ອັສຊາດ ທີ່ເປັນຜູ້ຕ້ອງສົງໄສໃຊ້ແກັດພິດໂຈມຕີເມື່ອວັນເສົາ ທີ່ຜ່ານມາ.

ຂະນະດຽວກັນສຳນັກງານຄວບຄຸມການຈະລາຈອນທາງອາກາດທົ່ວພູມມິພາກເອີຣົບ ປະກາດເຕືອນຍົນໂດຍສານຄວນລະມັດລະວັງ ການບິນຜ່ານນ່ານຟ້າຊີຣີ ລວມທັງເບື້ອງຕາເວັນອອກຂອງທະເລເມດີເຕີເຣນຽນ ເນື່ອງຈາກມີຄວາມເປັນໄປໄດ້ທີ່ຈະມີການໂຈມຕີທາງອາກາດ ເພື່ອທຳລາຍກອງທັບຊີຣີ ໃນໄລຍະ 72 ຊົ່ວໂມງຂ້າງໜ້ານີ້ ແລະ ຍັງກ່າວອີກວ່າ: ຂີປະນາວຸດແບບອາກາດສູ່ພື້ນ ແລະ/ຫຼື ຂີປະນາວຸດຕິດປີກຂະໜາດນ້ອຍ ອາດຖືກໃຊ້ພາຍໃນໄລຍະເວລາດັ່ງກ່າວ ແລະ ມີຄວາມເປັນໄປໄດ້ທີ່ຈະເກີດຄວາມຂັດຂ້ອງເປັນໄລຍະໆຂອງອຸປະກອນສົ່ງສັນຍານວິທະຍຸ.

ກ່ອນໜ້ານີ້, ສຳນັກງານການບິນໃນຫຼາຍປະເທດລວມເຖິງ ສະຫະລັດ ອາເມຣິກາ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ ໄດ້ອອກປະກາດເຕືອນສາຍການບິນຕ່າງໆ ໃຫ້ຫຼີກລ້ຽງການບິນຜ່ານນ່ານຟ້າຊີຣີ.


No comments

Powered by Blogger.