ລາວ-ຫວຽດນາມ-ກຳປູເຈຍ ຮັບຮອງເອົາແຜນການເຊື່ອມຈອດທາງດ້ານເສດຖະກິດ - ອິດສະຫຼະ

ລາວ-ຫວຽດນາມ-ກຳປູເຈຍ ຮັບຮອງເອົາແຜນການເຊື່ອມຈອດທາງດ້ານເສດຖະກິດ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ເມື່ອວັນທີ 31 ມີນາ 2018 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ທີ່ນະຄອນຫຼວງຮາໂນຍ ປະເທດຫວຽດນາມ.

ກອງປະຊຸມໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ສຽມລຽບ ແລະ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນການພັດທະນາໃນຂົງເຂດດັ່ງກ່າວໃນຕໍ່ໜ້າ.

ນອກນັ້ນຍັງໄດ້ລົງນາມ ແລະ ຮັບຮອງຖະແຫຼງການຮ່ວມ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (Joint Declaration of the 10th Cambodia-Laos-Vietman Summit on development Triangle Area) ແລະ ໄດ້ຮັບຮອງເອົາ ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030 (The Action Plan for Cambodia-Laos-Vietnam Economic Connectivity up to 2030) ເພື່ອສົ່ງເສີມການເຊື່ອມຈອດຮອບດ້ານລະຫວ່າງສາມປະເທດໃນຕໍ່ໜ້າ.








No comments

Powered by Blogger.