ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນ້ຳຂອງ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນ້ຳຂອງ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ກອງປະຊຸມສຸດຍອດທຸລະກິດ ອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທຳອິດໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 30 ມີນາ 2018 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ.

ໂດຍພາຍໃຕ້ການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ, ເຊີ່ງມີຜູ້ນໍາແລະການນໍາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ, ເລຂາທິການໃຫຍ່ອາຊຽນ, ທະນາຄານພັດທະນາອາຊີ, ທະນາຄານໂລກ ຕະຫຼອດຮອດນັກທຸລະກິດທີ່ເປັນຕົວແທນຈາກບັນດາປະເທດອະນຸພາກພື້ນແມ່ນໍ້າຂອງເຂົ້າຮ່ວມ 1,000 ກວ່າຄົນ.


ໃນວາລະດໍາເນີນກອງປະຊຸມພາຍຫຼັງທີ່ປະທານກອງປະຊຸມກ່າວເປີດຢ່າງເປັນທາງການແລ້ວ ບັນດາຜູ້ນຳ ປະເທດສະມາຊິກກໍໄດ້ປຶກສາຫາລືກ່ຽວກັບຕົວຂັບເຄື່ອນໃໝ່ ສຳລັບການພັດທະນາໃນພາກພື້ນແມ່ນໍ້າຂອງໃນອະນາຄົດ, ການຈັດໃຫ້ມີກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງຄັ້ງນີ້ເປັນການເປີດກວ້າງການຮ່ວມມືແລະສົ່ງເສີມທຸລະກິດຮ່ວມກັນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ກອງປະຊຸດສຸດຍອດທຸລະກິດຄັ້ງນີ້ແມ່ນການຍົກລະດັບກົນໄກການຮ່ວມມືຂອງພາກສ່ວນທຸລະກິດ GMS ຈາກກົນໄກກອງປະຊຸມທຸລະກິດອະນຸພາກພື້ນທີ່ຈັດຂື້ນຫຼາຍປີໃຫ້ມາເປັນລະດັບກອງປະຊຸມສຸດຍອດທີ່ມີຜູ້ນໍາສູງສຸດຂອງສະມາຊິກ GMS ເຂົ້າຮ່ວມນໍາ. 


ເຊີ່ງເປັນການສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ຜູ້ນໍາ GMS ມີຕໍ່ບົດບາດແລະການປະກອບສ່ວນຂອງພາກສ່ວນທຸລະກິດໃນຂອບການຮ່ວມມືຂອງ GMS. ກອງປະຊຸດສຸດຍອດທຸລະກິດ GMS ຄັ້ງນີ້ ຈະເປີດໂອກາດໃຫ້ພາກທຸລະກິດຂອງປະເທດອະນຸພາກພື້ນແມ່ນໍ້າຂອງໄດ້ປຶກສາຫາລືກັນກ່ຽວກັບຊ່ອງທາງໃນການດໍາເນີນທຸລະກິດ, ແລກປ່ຽນບົດຮຽນນໍາກັນແລ້ວສ້າງເຄືອຂ່າຍແລະຈັບຄູ່ທຸລະກິດຮ່ວມກັນ ພ້ອມດຽວກັນນັ້ນກໍ່ຍັງເປັນໂອກາດອັນດີທີ່ພາກທຸລະກິດຈະໄດ້ສົນທະນາກັບການນໍາຂອງປະເທດສະມາຊິກ GMS,ປະທານທະນາຄານພັດທະນາອາຊີ, ອໍານວຍການທະນາຄານໂລກແລະເລຂາທິການໃຫຍ່ອາຊຽນ ກ່ຽວກັບການພົວພັນຮ່ວມມື ແລະ ປະສານງານກັນລະຫວ່າງພາກລັດ ແລະ ເອກະຊົນກໍຄືຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ອງທ່ຽວແລະ ການດໍາເນີນທຸລະກິດໃນຂະແໜງການຕ່າງໆລວມທັງທຸລະກິດຂະໜາດນ້ອຍແລະຂະໜາດກາງຫຼື (SME) ການເຂົ້າເຖີງແຫຼ່ງທຶນ ແລະ ເຕັກໂນໂລຊີທີ່ທັນສະໄໝ.

ເຊິ່ງໃນກອງປະຊູມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ກໍ່ໄດ້ສະເໜີແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ.ລາວ ໂດຍສະເພາະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ບັນດາໃຫ້ນັກລົງທຶນ ພາຍໃນ ແລະ ພາຍນອກ ອະນຸພາກພື້ນເຂົ້າໄປລົງທຶນໃນ ສປປ.ລາວ ເນື່ອງຈາກວ່າ ອະນຸພາກພື້ນແມ່ນໍ້າຂອງແມ່ນພາກພື້ນໜື່ງທີ່ມີທ່າແຮງອັນໃຫຍ່ຫຼວງສໍາລັບການຮ່ວມມື.ສະນັ້ນຈື່ງສະເໜີໃຫ້ພາກທຸລະກິດຂອງປະເທດສະມາຊິກແລະຄູ່ຮ່ວມມືເອົາໃຈໃສ່ຄົ້ນຄວ້າ, ສຶກສາຊອກຫາຊ່ອງທາງໃນການດໍາເນີນທຸລະກິດໃນຂະແໜງການທີ່ເຫັນວ່າຕົນມີຄວາມສາມາດແລະສໍານີນານງານ ລວມທັງຊອກຫາຕະຫຼາດໃໝ່ອີກດ້ວຍ.

No comments

Powered by Blogger.