ອະນຸພາກພື້ນແມ່ນ້ຳຂອງ ຈະສືບຕໍ່ຮ່ວມມືກັນພັດທະນາໃນຫຼາຍດ້ານ - ອິດສະຫຼະ

ອະນຸພາກພື້ນແມ່ນ້ຳຂອງ ຈະສືບຕໍ່ຮ່ວມມືກັນພັດທະນາໃນຫຼາຍດ້ານ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ໃນວັນທີ 31 ມີນາ 2018 ທີ່ຜ່ານມາ, ໄດ້ມີການດໍາເນີນກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳຂອງ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ກຳລັງແຮງຂອງການຮ່ວມມື 25 ປີ ແລະ ການສ້າງອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມຍືນຍົງ, ເຊື່ອມໂຍງ ແລະ ຈະເລີນຮຸ່ງເຮື່ອງ”. ໂດຍພາຍໃຕ້ການເປັນປະທານຂອງທ່ານ: ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ເຊິ່ງ ມີການເຂົ້າຮ່ວມຂອງຜູ້ນໍາປະເທດສະມາຊິກຄື: ສປປ.ລາວ, ກໍາປູເຈຍ, ໄທ, ມຽນມາ, ຈີນ, ທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 1,500 ຄົນ.


ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນໄດ້ຮັບຟັງການລາຍງານ ກ່ຽວກັບຜົນສຳເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກງານການຮ່ວມມື ໃນອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີ ອັນເກີດມາຈາກ ຄວາມພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກນຳກັນ.


ນອກນັ້ນຍັງໄດ້ຮັບຟັງ ກ່ຽວກັບບັນດາສິ່ງກີດຂວາງຕ່າງໆ ທີ່ທ່ວງດຶຶງການພັດທະນາໃນຂົງເຂດດັ່ງກ່າວ ແລະ ການຮ່ວມມືກັນເພື່ອພັດທະນາ ຂອບອະນຸພາກພື້ນແມ່ນໍ້າຂອງ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໄດ້ກ່າວປາໄສ ເຊີ່ງທ່ານໄດ້ກ່າວເຖິງການປະຕິບັດບັນດາເປົ້າໝາຍຍຸດທະສາຂອງການຮ່ວມມືເຂດອະນຸພາກພື້ນເຊິ່ງ ສປປ.ລາວ ໄດ້ຖືເອົາການພັດທະນາພື້ນຖານໂຄງລ່າງເປັນບູລິມະສິດໜື່ງຂອງລັດຖະບານ ເພື່ອຮັບໃຊ້ຍຸດທະສາດການຫັນ ສປປ.ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດເຊື່ອມຕໍ່, ພ້ອມນີ້ທ່ານກໍ່ໄດ້ເຊີນຊວນ ຜູ້ເຂົ້າຮ່ວມກອງປະຊຸມທຸກທ່ານ ໄປຢ້ຽມຢາມ ສປປ.ລາວ ເນື່ອງໃນໂອກາດ ປີທ່ອງທ່ຽວ 2018 ອີກດ້ວຍ.

ໃນກອງປະຊຸມສູດຍອດໃນຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ (The Sixth GMS Summit Joint Declaration), ແຜນດຳເນີນງານ ຮ່າໂນ້ຍ ໃນປີ 2018-2022 (The Ha Noi Action Plan 2018-2022) ແລະ ບັນຊີໂຄງການລົງທຶນໃນຂອບການລົງທຶນພາກພື້ນແມ່ນໍ້າຂອງ 2022 (The Regional Investment Framework 2022) ເພື່ອເປັນທິດທາງໃນການຮ່ວມມືກັນໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຊົມງານວາງສະແດງຮູບພາບ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.


ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີການຕ່າງປະເທດ ສປ.ຈີນ ເພື່ອປຶກສາຫາລືແຜນການຮ່ວມມືກັນໃນຕໍ່ໜ້າ.



No comments

Powered by Blogger.