ເກົາຫຼີໃຕ້ ແລະ ສ.ອາເມຣິກາ ເລີ່ມຕົ້ນການຊ້ອມຮົບປະຈຳປີ ຕາມປົກກະຕິ - ອິດສະຫຼະ

ເກົາຫຼີໃຕ້ ແລະ ສ.ອາເມຣິກາ ເລີ່ມຕົ້ນການຊ້ອມຮົບປະຈຳປີ ຕາມປົກກະຕິ



ສຳນັກຂ່າວຕ່າງປະເທດລາຍງານ 1​ ເມສາ 2018 ວ່າ: ກອງທັບສະຫະລັດ ອາເມຣິກາ ແລະ ກອງທັບເກົາຫຼີໃຕ້ ໄດ້ເລີ່ມປະຕິບັດການເຝິກຊ້ອມຮົບປະຈຳປີ ໂດຍແບ່ງເປັນການເຝິກຊ້ອມຕາມໂຄງການຫຼັກຄື: Foal Eagle ເຊິ່ງເປັນປະຕິບັດການພາກສະໜາມ ແລະ ການເຝິກຊ້ອມຄຽງຄູ່ໄປກັບປະຕິບັດການພາຍໃຕ້ລະຫັດ Key Reslove ທີ່ເປັນການຈຳລອງສະຖານະການຈາກຫ້ອງຄວບຄຸມດ້ວຍລະບົບຄອມພິວເຕີ.

ເຊິ່ງກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ຢືນຢັນວ່າ: ການເຝິກຊ້ອມຮົບປະຈຳປີນີ້ ຈະບໍ່ມີການໃຊ້ອາວຸດຍຸດໂທປະກອນຂະໜາດໃຫຍ່ ທີ່ລວມເຖິງເຮືອບັນທຸກຍົນຮົບພະລັງງານນິວເຄຼຍ ແລະ ຍົນຂັບໄລ່ ລວມໄປເຖິງຍົນຖິ້ມລະເບີດທາງຍຸດທະສາດ ແລະ ຕາຕະລາງການເຝິກຊ້ອມຮົບໃນປີນີ້ຈະສຳເລັດໄວກວ່າປົກກະຕິ ຄືຈະໃຊ້ເວລາພຽງເດືອນດຽວ ຈາກເດີມຢູ່ທີ 2 ເດືອນ ຫຼື ດົນກວ່ານັ້ນເລັກໜ້ອຍ.

ເຖິງຢ່າງໃດກໍ່ຕາມ, ກະຊວງປ້ອງກັນປະເທດຂອງສະຫະລັດ ອາເມຣິກາ ຢືນຢັນກ່ອນໜ້ານີ້ບໍ່ດົນວ່າ ລະດັບການຊ້ອມຮົບຈະຍັງຄົງຍິ່ງໃຫຍ່ເທົ່າເດີມ ເຊິ່ງໂດຍປົກກະຕິແລ້ວສະຫະລັດ ອາເມຣິກາ ຈະສົ່ງທະຫານເຂົ້າຮ່ວມປະມານ 11,500 ຄົນ ແລະ ເກົາຫຼີໃຕ້ສົ່ງທະຫານເຂົ້າຮ່ວມປະມານ 290,000 ຄົນ.

ເຊິ່ງຫຼາຍຝ່າຍກໍ່ໄດ້ຕິດຕາມເກົາຫຼີເໜືອ ທີ່ຍັງບໍ່ສະແດງທ່າທີໃດໆຕໍ່ການຊ້ອມຮົບປະຈຳປີໃນປີນີ້ຂອງເກົາຫຼີໃຕ້-ສະຫະລັດ ອາເມຣິກາ, ແຕກຕ່າງຈາກທຸກໆຄັ້ງທີ່ຜ່ານມາ ເຊິ່ງຈະມີການອອກຖະແຫຼງການປະນາມ ບວກກັບການທົດລອງຂີປະນາວຸດເປັນໄລຍະໆ ເຊິ່ງທຸກຝ່າຍເຊື່ອວ່າໜ້າຈະເປັນຄວາມພະຍາຍາມຂອງເກົາຫຼີເໜືອ ໃນການຮັກສາບັນຍາກາດຂອງສາຍພົວພັນກັບເກົາຫຼີໃຕ້ ທີ່ມີທິດທາງເປັນມິດຕໍ່ກັນຫຼາຍຂຶ້ນ ນັບຕັ້ງແຕ່ເກົາຫຼີເໜືອ ໄດ້ເຂົ້າຮ່ວມການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ເມື່ອເດືອນກຸມພາ ທີ່ຜ່ານມາ ແລະ ລວມໄດ້ເຖິງການຈັດຕັ້ງກອງປະຊຸມເຈລະຈາຫຼາຍຄັ້ງລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດ ໂດຍໃນວັນທີ 27 ເມສານີ້ ຈະເປັນການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ບ້ານປັບມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງປະເທດ.


No comments

Powered by Blogger.