ດາວທຽມອິນເດຍ ທີ່ປ່ອຍຂຶ້ນສູ່ວົງໂຄຈອນໄດ້ພຽງ 3 ວັນ ບໍ່ສາມາດຕິດຕໍ່ໄດ້ - ອິດສະຫຼະ

ດາວທຽມອິນເດຍ ທີ່ປ່ອຍຂຶ້ນສູ່ວົງໂຄຈອນໄດ້ພຽງ 3 ວັນ ບໍ່ສາມາດຕິດຕໍ່ໄດ້



ສຳນັກຂ່າວຕ່າງປະເທດລາຍງານ 1 ເມສາ 2018 ວ່າ: ອົງການວິໄຈອະວະກາດອິນເດຍ ສູນເສຍການຕິດຕໍ່ສື່ສານກັບຄວາມທຽມ GSAT-6A ຂະນະທີ່ກຽມຈະເຄື່ອນຕົວຮອບວົງໂຄຈອນຮອບທີ 3 ແລະ ຮອບສຸດທ້າຍ ເມື່ອວັນເສົາ ທີ່ຜ່ານມາ, ຖະແຫຼງການຂອງອົງການວິໄຈອະວະກາດອິນເດຍກ່າວວ່າ ກຳລັງພະຍາຍາມທຳການເຊື່ອມຕໍ່ກັບດາວທຽມດວງນີ້.

ດາວທຽມ GSAT-6A ມີນ້ຳໜັກຫຼາຍກວ່າ 2 ໂຕນ ຜະລິດໂດຍທີມງານນັກວິທະຍາສາດອິນເດຍທັງໝົດ ຖືກອອກແບບເພື່ອປັບປຸງລະບົບການສື່ສານຂອງກອງທັບອິນເດຍ ແລະ ປ່ອຍຂຶ້ນຈາກສູນອະວະກາດເກາະສຼີຫະຣິໂກຕາ ອ່າວເບງກອນ ລັດອັນທະຣະປະເທດ ເມື່ອວັນທີ 29 ມີນາ 2018 ທີ່ຜ່ານມາ.

ໂຄງການອະວະກາດເປັນໜຶ່ງໃນຄວາມພາກພູມໃຈຂອງອິນເດຍ ແລະ ຄວາມສຳເລັດໃນແຕ່ລະພາລະກິດໄດ້ຊ່ວຍເສີມພາບລັກຄວາມເປັນປະເທດນ້ອງໃໝ່ທີ່ຈະກ້າວສູ່ມະຫາອຳນາດທາງດ້ານເຕັກໂນໂລຊີ ແລະ ມະຫາອຳນາດດ້ານເສດຖະກິດຂອງໂລກ ການປ່ອຍດາວທຽມ GSAT-6A ຂຶ້ນສູ່ວົງໂຄຈອນເມື່ອວັນທີ 29 ມີນາ ທີ່ຜ່ານມານັ້ນ ທ່ານ ນະເຣນທະຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ກ່າວວ່າ ທ່ານຮູ້ສຶກພາກພູມໃຈໃນອົງການວິໄຈອະວະກາດຂອງອິນເດຍຫຼາຍ ທີ່ສາມາດນຳປະເທດກ້າວຂຶ້ນສູ່ອີກລະດັບ.

ການສົ່ງ GSAT-6A ສູ່ວົງໂຄຈອນ ຖືເປັນອີກຄວາມສຳເລັດຂອງຄະນະນັກວິທະຍາສາດອົງການວິໄຈອະວະກາດອິນເດຍ ທີ່ຊະນະການແຂ່ງຂັນໄປສູ່ດາວອັງຄານຂອງກຸ່ມປະເທດຝັ່ງອາຊີ ເມື່ອປີ 2014 ທີ່ຍານອະວະກາດຂອງອິນເດຍສາມາດເດີນທາງໄປເຖິງດາວອັງຄານ ດ້ວຍງົບປະມານພຽງແຕ່ 73 ລ້ານໂດລາສະຫະລັດ ໜ້ອຍຫຼາຍເມື່ອທຽບກັບຍານສຳຫຼວດດາວອັງຄານ Maven Mars ຂອງອົງການ NASA ຂອງສະຫະລັດ ອາເມຣິກາ ທີ່ມີຄ່າໃຊ້ຈ່າຍສູງເຖິງ 671 ລ້ານໂດລາສະຫະລັດ.

ໃນເດືອນກຸມພາ ປີທີ່ຜ່ານມາ ອິນເດຍກໍ່ສ້າງສະຖິຕິໃໝ່ ດ້ວຍການນຳດາວທຽມຂຶ້ນສູ່ວົງໂຄຈອນພ້ອມກັນບາດດຽວ 104 ດວງ ທຳລາຍສະຖິຕິ 39 ດວງຂອງລັດເຊຍໃນເດືອນມິຖຸນາ 2014.

ແຕ່ໂຄງການອະວະກາດຂອງອິນເດຍ ກໍ່ປະສົບກັບບັນຫາຫຼາຍຄັ້ງ ໂດຍຄັ້ງຫຼ້າສຸດເມື່ອເດືອນສິງຫາ ປີທີ່ຜ່ານມາ ເມື່ອການສົ່ງດາວທຽມລະບົບນຳທາງປະສົບບັນຫາທາງດ້ານເຕັກນິກຄັ້ງໃຫຍ່.


No comments

Powered by Blogger.