ຈັບກຸມພໍ່ຄ້າຢາເສບຕິດຊາວລາວ ເຮໂຣອິນກວ່າ 100​ ຖົງ ທີ່ກວາງນິງ, ຫວຽດນາມ (ວິດີໂອ) - ອິດສະຫຼະ

ຈັບກຸມພໍ່ຄ້າຢາເສບຕິດຊາວລາວ ເຮໂຣອິນກວ່າ 100​ ຖົງ ທີ່ກວາງນິງ, ຫວຽດນາມ (ວິດີໂອ)



ສື່ໃນຫວຽດນາມລາຍງານວ່າ: ເມື່ອວັນທີ 29 ມີນາ 2018 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດແຂວງກວາງນິງ ຂອງຫວຽດນາມ ໄດ້ລັດກວດຄົ້ນລົດ TOYOTA Land Cruiser ສີຂາວ, ທະບຽນ ຂບ 8118 ກຳແພງນະຄອນ (ປະເທດລາວ) ທີ່ກຳລັງເດີນທາງຢູ່ໃນເສັ້ນທາງຫຼວງເລກທີ 18 ເຂດເມືອງຮາລອງ ແຂວງກວາງນິງ, ຈາກການກວດຄົ້ນເຈົ້າໜ້າທີ່ພົບເຮໂຣອິນ 100​ ກວ່າຖົງ ຊຸກເຊື່ອງຢູ່ພາຍໃນລົດ ຈຶ່ງໄດ້ມີການຄວບຄຸມຕົວທ້າວ ພັນທະວົງ (Phan Tha Vong) ແລະ ຊາວຫວຽດນາມອີກ 1 ຄົນ ທີ່ຢູ່ໃນລົດຄັນດັ່ງກ່າວ ເພື່ອດຳເນີນຄະດີຕໍ່ໄປ.







No comments

Powered by Blogger.