ຈີນກ່າວວ່າ: ສະຖານນີອະວະກາດທຽນກົງ-1 ທີ່ຈະຕົກສູ່ໂລກນັ້ນ ບໍ່ເປັນອັນຕະລາຍ - ອິດສະຫຼະ

ຈີນກ່າວວ່າ: ສະຖານນີອະວະກາດທຽນກົງ-1 ທີ່ຈະຕົກສູ່ໂລກນັ້ນ ບໍ່ເປັນອັນຕະລາຍ



ສຳນັກຂ່າວຕ່າງປະເທດລາຍງານ 1 ເມສາ 2018 ວ່າ: ສຳນັກງານວິສະວະກຳອະວະກາດຂອງຈີນ (CMSEO) ອອກຖະແຫຼງການວ່າ: ຂໍໃຫ້ປະຊາຊົນຊາວໂລກບໍ່ຕ້ອງເປັນຫ່ວງຕໍ່ສະຖານະການຂອງສະຖານນີອະວະກາດທຽນກົງ-1 (Tiangong-1) ເນື່ອງຈາກການທີ່ຍານອະວະກາດຂະໜາດໃຫຍ່ຈະຕົກກະທົບສູ່ພື້ນໂລກ ແລະ ສ້າງຄວາມເສຍຫາຍນັ້ນ ມີແຕ່ໃນຮູບເງົາເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ ການກັບເຂົ້າສູ່ຊັ້ນບັນຍາກາດຂອງສະຖານີອະວະກາດທຽນກົງ-1 ຈະມີລັກສະນະຄືກັບຝົນດາວຕົກອັນສວຍງາມ.


ເຖິງແມ່ນວ່າຜູ້ຊ່ຽວຊານຈະຢືນຢັນວ່າ: ສະຖານນີອະວະກາດທຽນກົງ-1 ເຊິ່ງມີນຳໜັກປະມານ 8 ໂຕນ ແລະ ມີຄວາມຍາວປະມານ 10 ແມັດ ຈະເຜົາໄໝ້ ແລະ ແຕກສະລາຍເມື່ອກະທົບໃສ່ກັບຊັ້ນບັນຍາກາດໂລກດ້ວຍຄວາມໄວປະມານ 26,000 ກິໂລແມັດຕໍ່ຊົ່ວໂມງ ແຕ່ອາດມີຊິ້ນສ່ວນຫຼົງເຫຼືອຈາກການເຜົາໄໝ້ປະມານ 20-40% ແລະ ສາມາດຈະຕົກກະຈາຍໄດ້ທົ່ວໄປເປັນວົງກວ້າງ ລະຫວ່າງເສັ້ນຂະໜານທີ 43 ອົງສາເໜືອ ແລະ ເສັ້ນຂະໜານທີ່ 43 ອົງສາໃຕ້ ຄວບຄຸມມະຫາສະໝຸດປາຊີຟິກ ນັບຕັ້ງແຕ່ນິວຊີແລນ ໄປຈົນເຖິງພູມມິພາກມິດເວສ ຂອງສະຫະລັດ ອາເມຣິກາ.


ເຖິງຢ່າງໃດກໍ່ຕາມ ອົງການວິສະຫະກຳອະວະກາດຂອງຈີນ, ອົງການອະວະກາດເອີຣົບ, ບໍລິສັດ Aerospace Corporation ຂອງສະຫະລັດ ອາເມຣິກາ ແລະ ອົງການຕິດຕາມສະຖານະການອະວະກາດແຫ່ງຊາດຂອງເກົາຫຼີໃຕ້ ຄາດການເຖິງໄລຍະເວລາຂອງການຕົກສູ່ໂລກຂອງສະຖານນີອະວະກາດທຽນກົງ-1 ໄວ້ໃກ້ຄຽງກັນຄື: ໃນລະຫວ່າງເວລາ 23:25 ໂມງ ຕາມເວລາມາດຕະການສາກົນຂອງວັນທີ 1 ເມສາ 2018 ນີ້ (ກົງກັບເວລາ 6:25 ໂມງ ວັນທີ 2 ເມສາ 2018 ຕາມເວລາໃນລາວ) ຈົນເຖິງຕອນເຊົ້າມືດຂອງວັນທີ 2 ເມສາ ຕາມເວລາມາດຕະຖານສາກົນ.

ໂດຍສະຖານນີອະວະກາດທຽນກົງ-1 ຫຼື ພະລາຊະວັງແຫ່ງຊວງສະຫວັນ ຖືເປັນສະຖານນີອະວະກາດແຫ່ງທຳອິດທີ່ຈີນສ້າງຂຶ້ນມາເອງ ແລະ ອອກເດີນທາງຂຶ້ນສູ່ວົງໂຈຈອນໂລກເມື່ອປີ 2011 ແລະ ມີກຳນົດການເດີມຈະດີດຕົວອອກຈາກວົງໂຄຈອນໃນປີ 2013 ເພື່ອແທນທີ່ດ້ວຍສະຖານີອະວະກາດທຽນກົງ-2 ແລະ ທຽນກົງ-3 ຕາມລຳດັບ ແຕ່ສຳນັກງານວິສະວະກຳອະວະກາດຂອງຈີນຕໍ່ເວລາການໃຊ້ງານສະຖານນີອະວະກາດທຽນກົງ-1 ກ່ອນຈະເປີດເຜີຍວ່າສະຖານີຢຸດທຳການໄປເມື່ອປີ 2016 ແລະ ຂາດການຄວບຄຸມແຕ່ປີທີ່ຜ່ານມາ, ຫຼັງຈາກນັ້ນອົງກອນອະວະກາດປະເທດຕ່າງໆຮ່ວມກັນຄຳນວນຄິດໄລ່ຈົນໄປຜົນທີ່ໃກ້ຄຽງກັນວ່າ ສະຖານນີອະວະກາດທຽນກົງ-1 ຈະຕົກສູ່ໂລກໃນລະຫວ່າງທ້າຍເດືອນມີນາ ເຖິງ ຕົ້ນເດືອນເມສາ 2018.


No comments

Powered by Blogger.