ກຸ່ມຕາລີບັນ ປະກາດເປີດບັ້ນຮົບປະຈຳປີ ເນັ້ນເປົ້າໝາຍທີ່ທະຫານຕ່າງປະເທດ - ອິດສະຫຼະ

ກຸ່ມຕາລີບັນ ປະກາດເປີດບັ້ນຮົບປະຈຳປີ ເນັ້ນເປົ້າໝາຍທີ່ທະຫານຕ່າງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ເມສາ 2018 ທີ່ຜ່ານມາວ່າ: ກຸ່ມຕາລີບັນ ອອກຖະແຫຼງການວ່າ: ປະຕິບັດການສູ້ຮົບຄັ້ງໃຫຍ່ປະຈຳປີໃນຊື່ ອັນຄານດັກ (Alkhandaq) ຫຼື ປະຕິບັດການລະດູໃບໄມ້ປົ່ງ ພາຍໃຕ້ການຄວບຄຸມຂອງຄະນະກຳມາທິການທະຫານ ໄດ້ເປີດສາກຂຶ້ນແລ້ວຢ່າງເປັນທາງການ ໃນໄລຍະເວລາ 1 ເດືອນເຕັມ.
ສຳລັບເປົ້າໝາຍຂອງປະຕິບັດການຈະຍັງຄົງໃຊ້ຍຸດທະວິທີການສູ້ຮົບແບບກອງຫຼອນ ເນັ້ນເປົ້າໝາຍທີ່ກ່ຽວຂ້ອງກັບລະບົບໂຄງສ້າງພື້ນຖານຂອງໜ່ວຍງານດ້ານຄວາມໝັ້ນຄົງຂອງລັດ ທີ່ລວມທັງທະຫານ, ຕຳຫຼວດ ແລະ ໜ່ວຍຂ່າວກອງ ແຕ່ໃນປີນີ້ຈະເນັ້ນເປົ້າໄປທີ່ກອງກຳລັງຂອງຕ່າງປະເທດ ເຊິ່ງໝາຍຄວາມເຖິງທະຫານຂອງສະຫະລັດ ອາເມຣິກາ ແລະ ພັນທະມິດຫຼາຍກວ່າ 10,000 ຄົນ ທີ່ຍັງຄົງປະຈຳການຢູ່ໃນອາຟະການິດສະຖານ ໂດຍປະຕິບັດການລະດູໄມ້ໃບປົ່ງ ຂອງກຸ່ມຕາລີບັນ ເປັນສິ່ງທີ່ປະຊາຊົນອາຟະການິດສະຖານຮັບຮູ້ດີວ່າໝາຍເຖິງ ສົງຄາມໃຫຍ່ປະຈຳປີ ກັບກອງທັບສະຫະລັດ ອາເມຣິກາ, ແຕ່ໃນຂະນະດຽວກັນກໍ່ຍອມຮັບວ່າໝາຍຄວາມເຖິງການເກີດເຫດຮຸນແຮງທີ່ຈະເພີ່ມຂຶ້ນ ແລະ ປະຊາຊົນມີຄວາມສ່ຽງສູງທີ່ຈະໄດ້ຮັບຜົນກະທົບຫຼາຍຂຶ້ນເຊັ່ນກັນ.

ເຊິ່ງພຽງມື້ດຽວກ່ອນການປະກາດປະຕິບັດການລະດູໄມ້ໃບປົ່ງປະຈຳປີ, ກຸ່ມຕາລີບັນໄດ້ຂ້າເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງທີ່ລວມທັງທະຫານ ແລະ ຕຳຫຼວດ 11​ ຄົນ ຢູ່ແຂວງຟາຣາ ທີ່ຕັ້ງຢູ່ທິດຕາເວັນຕົກຂອງປະເທດ, ຂະນະທີ່ມີຄວາມພະຍາຍາມຈາກຫຼາຍຝ່າຍເພື່ອຊຸກດັນໃຫ້ເກີດການເຈລະຈາສັນຕິພາບລະຫວ່າງລັດຖະບານອາຟະການິດສະຖານ ກັບ ກຸ່ມຕາລີບັນ ເມື່ອເດືອນກຸມພາ ທີ່ຜ່ານມາ ແຕ່ຍັງບໍ່ມີຄວາມຄືບໜ້າທີ່ຊັດເຈນ ແລະ ຍັງບໍ່ມີການເປີດເຜີຍຂໍ້ມູນທີ່ລະອຽດພໍປານໃດ.

No comments

Powered by Blogger.