ຄຸກ 15 ປີ ອະດີດປະທານສະພາອິນໂດເນເຊຍ ສໍ້ລາດບັງຫຼວງ - ອິດສະຫຼະ

ຄຸກ 15 ປີ ອະດີດປະທານສະພາອິນໂດເນເຊຍ ສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ເມສາ 2018 ທີ່ຜ່ານມາວ່າ: ທ່ານ ເສດຢາ ໂນວັນໂຕ ອາຍຸ 62 ປີ ອະດີດປະທານສະພາອິນໂດເນເຊຍ ເຊິ່ງຄັ້ງໜຶ່ງເຄີຍເປັນໜຶ່ງໃນນັກການເມືອງທີ່ມີອິດທິພົນທີ່ສຸດໃນປະເທດອິນໂດເນເຊຍ ຖືກກ່າວຫາວ່າຮັບສິນບົນຫຼາຍລ້ານໂດລາສະຫະລັດ ແລະ ຍັງພົວພັນກັບການສໍ້ລາດບັງຫຼວງໂຄງການອອກບັດປະຈຳຕົວປະຊາຊົນຂອງລັດ ທີ່ໂຄງການມີມູນຄ່າເຖິງ 440 ລ້ານໂດລາສະຫະລັດ ໄດ້ຖືກສານຕັດສິນໃຫ້ຕິດຄຸກ 15 ປີ ຂໍ້ຫາຮັບສິນບົນ, ໂດຍປະທານຄະນະຜູ້ພິພາກສາໃນສານນະຄອນຫຼວງຈາກາຕາ ໄດ້ອ່ານຄຳຕັດສິນວ່າ: ສານເຫັນວ່າຈຳເລີຍ ກະທຳຄວາມຜິດຈິງ ຖືເປັນການລະເມີດກົດໝາຍການສໍ້ລາດບັງຫຼວງ, ເຖິງຢ່າງໃດກໍ່ຕາມ ທ່ານ ເສດຢາ ໂນວັນໂຕ ກ່າວວ່າ ຂໍເວລາພິຈາລະນາເພື່ອຍື່ນອຸທອນຄຳຕັດສິນໃນຄະດີນີ້.


ຄະດີດັ່ງກ່າວນີ້ໄດ້ແກ່ຍາວມາເປັນເວລາຫຼາຍເດືອນ, ໂດຍໄອຍະການໄດ້ສະເໜີບົດລົງໂທດໃຫ້ຕິດຄຸກ 16 ປີ ແລະ ປັບໃໝເປັນເງິນ 7.4 ລ້ານໂດລາສະຫະລັດ, ແຕ່ສານໄດ້ຕັດສິນໃຫ້ປັບໃໝ່ພຽງ 500 ລ້ານຣູເປຍ ຫຼື ປະມານ 36,000 ໂດລາ ແລະ ໃຫ້ຕິດຄຸກ 15 ປີ, ໂດຍເງິນງົບປະມານໃນໂຄງການບັດປະຈຳຕົວປະຊາຊົນນັ້ນ ແມ່ນມີເງິນເຖິງ 170 ລ້ານໂດລາສະຫະລັດຕົກເຫ່ຍຈາກໂຄງການ ທີ່ມີທັງນັກການເມືອງຫຼາຍຄົນ ລວມເຖິງເຈົ້າໜ້າທີ່ລັດ ແລະ ນັກທຸລະກິດຖືກຟ້ອງໃນຄະດີນີ້.

No comments

Powered by Blogger.