ລັດຖະມົນຕີກະຊວງສຶກສາຍີ່ປຸ່ນ ຂໍໂທດປະຊາຊົນທີ່ໃຊ້ລົດກະຊວງ ໄປອອກກຳລັງກາຍ - ອິດສະຫຼະ

ລັດຖະມົນຕີກະຊວງສຶກສາຍີ່ປຸ່ນ ຂໍໂທດປະຊາຊົນທີ່ໃຊ້ລົດກະຊວງ ໄປອອກກຳລັງກາຍ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ເມສາ 2018 ທີ່ຜ່ານມາວ່າ: ທ່ານ ໂຢຊິມາສະ ຮາຢະຊິ ລັດຖະມົນຕີກະຊວງສຶກສາທິການ ຂອງຍີ່ປຸ່ນ ອອກມາຖະແຫຼງຂ່າວຂໍໂທດປະຊາຊົນ ຈາກການໃຊ້ລົດກະຊວງ (ລົດລັດ) ເດີນທາງໄປຍັງສະຖານທີ່ອອກກຳລັງກາຍໂຢຄະ ໃນເຂດເອບິສຶ, ນະຄອນຫຼວງໂຕກຽວ ແລະ ໃຊ້ບໍລິການໂຢຄະແບບສ່ວນຕົວ.
ທ່ານ ໂຢຊິມາສະ ຮາຢະຊິ ອາຍຸ 57 ປີ ກ່າວໃນລະຫວ່າງການຖະແຫຼງຕໍ່ສື່ມວນຊົນວ່າ: “ຂ້າພະເຈົ້າຂໍອະໄພ ທີ່ສ້າງຄວາມສັບສົນທ່າມກາງສະຖານະການຄວາມເຄັ່ງຕຶງໃນສະພາ,​ ໃນຂະນະທີ່ລັດຖະບານກຳລັງຖືກວິພາກວິຈານຢ່າງຮຸນແຮງ, ຂ້າພະເຈົ້າຈະເຮັດໜ້າທີ່ໃນຕຳແໜ່ງຢ່າງມີລະບຽບວິໄນຫຼາຍຂຶ້ນ”.

ຖືເປັນເລື່ອງປວດຫົວຫຼ້າສຸດສຳລັບລັດຖະບານຍີ່ປຸ່ນ ທີ່ນຳໂດຍທ່ານ ຊິນໂຊ ອາເບະ ທີ່ກຳລັງຖືກໂຈມຕີຢ່າງໃຫຍ່ ຈາກ 2 ກໍລະນີທີ່ຊ່າລືທົ່ວສັງຄົມຍີ່ປຸ່ນ ກ່ຽວກັບການເອື້ອປະໂຫຍດໃຫ້ແກ່ຄົນໃກ້ຊິດ ແລະ ຂໍ້ກ່າວຫາການລ່ວງລະເມີດທາງເພດຕໍ່ເຈົ້າໜ້າທີ່ລະດັບສູງຂອງກະຊວງການເງິນ.

ໂດຍຄະນະລັດຖະບານຍີ່ປຸ່ນ ສາມາດໃຊ້ລົດກະຊວງ ສຳລັບກິດຈະກຳສ່ວນຕົວໄດ້ ຫາກຢູ່ໃນໂມງ ແລະ ວັນລັດຖະການ.

ໂດຍສື່ທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ: ສະຖານທີ່ອອກກຳລັງກາຍໂຢຄະດັ່ງກ່າວ ມີຫ້ອງໂຢຄະກະຕຸ້ນອາລົມທາງເພດແບບສ່ວນຕົວ ແລະ ອາບອົບນວດນ້ຳມັນ ໂດຍມີເຈົ້າຂອງເປັນອະດີດນັກສະແດງເພດຍິງໃນໜັງໂປ້.

ແຕ່ໃນດ້ານຂອງທ່ານ ໂຢຊິມາສະ ຮາຢະຊິ ກ່າວວ່າທ່ານພຽງແຕ່ໃຊ້ບໍລິການນວດຕາມປົກກະຕິ ເພື່ອຜ່ອນຄາຍກ້າມເນື້ອ ໃຫ້ສຸຂະພາບດີຂຶ້ນ.

ແຕ່ໃນເວລາຕໍ່ມາ ເຈົ້າຂອງສະຖານທີ່ໂຢຄະໄດ້ອອກມາປະຕິເສດວ່າ ບໍ່ເຄີຍສະແດງໜັງໂປ້ ພ້ອມຮຽກຮ້ອງໃຫ້ສື່ທ້ອງຖິ່ນແກ້ໄຂຂ່າວ ແລະ ໃຫ້ອອກມາຂໍໂທດ.

No comments

Powered by Blogger.