ສ.ອາເມຣິກາ ສົ່ງສານອວຍພອນມາຍັງປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ - ອິດສະຫຼະ

ສ.ອາເມຣິກາ ສົ່ງສານອວຍພອນມາຍັງປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ



ທ່ານ ຈອນ ເຈ ຊຸນລີວານ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ສົ່ງສານອວຍພອນບຸນປີໃໝ່ລາວ ມາຍັງປະຊາຊົນລາວວ່າ:

“ໃນນາມຂອງລັດຖະບານສະຫະລັດ ອາເມຣິກາ, ຂ້າພະເຈົ້າຂໍອວຍພອນອັນປະເສີດມາຍັງປະຊາຊົນລາວ ເນື່ອງໃນໂອກາດການສະເຫຼີມສະຫຼອງບຸນປີໃໝ່ລາວ ໃນວັນທີ 14 ເມສາ ນີ້.

ພວກເຮົາຈະສືບຕໍ່ຮ່ວມມືສອງຝ່າຍຢ່າງຮອບດ້ານໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງໃນອີກບໍ່ດົນນີ້ ລັດຖະມົນຕີກະຊວງການຄ້າ ຂອງສະຫະລັດ ອາເມຣິກາ ແລະ ຜູ້ແທນລະດັບສູງສາມຄະນະ ຈາກສະຫະລັດ ອາເມຣິກາ ຈະເດີນທາງຢ້ຽມຢາມ ສປປ.ລາວ ເພື່ອສ້າງສາຍພົວພັນໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ລະຫວ່າງປະຊາຊົນສອງຊາດ ແລະ ພວກເຮົາຍັງຈະສືບຕໍ່ໃຫ້ການສະໜັບສະໜູນເປົ້າໝາຍການພັດທະນາຂອງລັດຖະບານ ສປປ.ລາວ ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ ອັນສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງພວກເຮົາ ຕໍ່ການສ້າງສາຍພົວພັນທີ່ຍືນຍົງ ແລະ ມີປະສິດທິພາບ ກັບ ສປປ.ລາວ.

ຂ້າພະເຈົ້າ ຂໍອວຍພອນມາຍັງປະຊາຊົນລາວ ຈົ່ງມີແຕ່ຄວາມສຸກ ແລະ ຄວາມມ່ວນຊື່ນ ເນື່ອງໃນໂອກາດວັນປີໃໝ່ລາວນີ້.”


No comments

Powered by Blogger.