ກອງທັບຈີນ ຈະຊ້ອມຮົບທາງທະເລດ້ວຍອາວຸດຈິງ ຢູ່ຊ່ອງແຄບໄຕ້ຫວັນ - ອິດສະຫຼະ

ກອງທັບຈີນ ຈະຊ້ອມຮົບທາງທະເລດ້ວຍອາວຸດຈິງ ຢູ່ຊ່ອງແຄບໄຕ້ຫວັນ



ສຳນັກຂ່າວຕ່າງປະເທດລາຍງານ 13 ເມສາ 2018 ວ່າ: ສຳນັກງານຄວາມປອດໄພທາງທະເລມົນທົນຝູຈ້ຽນ ພາກຕາເວັນອອກສຽງໃຕ້ຂອງຈີນ ອອກຖະແຫຼງການເມື່ອວັນທີ 12 ເມສາ 2018 ທີ່ຜ່ານມາ ໂດຍມີເນື້ອໃນວ່າ: ກອງທັບເຮືອ ຂອງກອງທັບປົດປ່ອຍປະຊາຊົນຈີນ ຈະຊ້ອມຮົບໂດຍໃຊ້ອາວຸດຈິງ ບໍລິເວນເຂດນ່ານນ້ຳສາກົນຂອງຊ່ອງແຄບໄຕ້ຫວັນ ໃນວັນທີ 18 ເມສາ 2018 ນີ້ ລະຫວ່າງເວລາ 8:00 ເຖິງທ່ຽງຄືນຕາມເວລາທ້ອງຖິ່ນ.



ເຖິງຢ່າງໃດກໍ່ຕາມ, ການແຈ້ງກຳນົດການຊ້ອມຮົບຂອງກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ເກີດຂຶ້ນໃນຂະນະດຽວກັນກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນລົງຢ້ຽມຢາມເຈົ້າໜ້າທີ່ ແລະ ສັງເກດການການຊ້ອມຮົບຂອງກອງທັບເຮືອ ທີ່ປັກຫຼັກໃນທະເລຈີນໃຕ້ ໃກ້ກັບເກາະໄຫຫຼຳ ຕັ້ງແຕ່ທ້າຍເດືອນມີນາ ທີ່ຜ່ານມາ, ໂດຍພາຫະນະທີ່ເຂົ້າຮ່ວມການເຝິກຊ້ອມ ລວມເຖິງເຮືອບັນທຸກຍົນຫຼຽວໜິງ, ເຮືອຮົບອີກ 48 ລຳ, ຍົນຮົບ 76 ລຳ ແລະ ເຈົ້າໜ້າທີ່ຫຼາຍກ່ວ່າ 10,000 ຄົນ ເຊິ່ງຜູ້ນຳຈີນໃຊ້ໂອກາດນີ້ກ່າວປາໄສ ເພື່ອເປັນຂວັນກຳລັງໃຈໃຫ້ເຈົ້າໜ້າທີ່ ກ່ຽວກັບຄວາມຈຳເປັນເລັ່ງດ່ວນ ຂອງການເພີ່ມຂີດຄວາມສາມາດດ້ານການສູ້ຮົບທາງທະເລຂອງຈີນ.
ນອກຈາກນີ້, ການລົງຢ້ຽມຢາມຂອງຜູ້ນຳຈີນ ຍັງເກີດຂຶ້ນໃນເວລາດຽວກັນກັບເຮືອບັກທຸກຍົນຮົບ USS Theodore Roosevelt ຂອງກອງທັບສະຫະລັດ ອາເມຣິກາ ກຳລັງຊ້ອມຮົບໃຫ້ກັບກອງທັບຟິລິບປິນ ໃນເຂດນ່ານນ້ຳສາກົນຂອງທະເລຈີນໃຕ້ເຊັ່ນກັນ.







No comments

Powered by Blogger.