ດ່ວນ…! ເຕືອນໄພ ພາຍຸລະດູຮ້ອນ 14-17 ເມສາ 2018 ນີ້ - ອິດສະຫຼະ

ດ່ວນ…! ເຕືອນໄພ ພາຍຸລະດູຮ້ອນ 14-17 ເມສາ 2018 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພ ພາຍຸລະດູຮ້ອນ ເລກທີ 0388/ກອຕທ ລົງວັນທີ 13 ເມສາ 2018 ວ່າ: ມວນອາກາດຮ້ອນເອົ້າທີ່ມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບສະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ໄດ້ເຮັດໃຫ້ອາກາດຮ້ອນເອົ້າຢູ່ແຕ່ລະພາກໃນໄລຍະຫຼາຍມື້ຜ່ານມາ ພ້ອມດຽວກັນ ມວນອາກາດເຢັນຈາກປະເທດຈີນຈະມີທ່າອ່ຽງແຜ່ລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກ ລົງຫາພາກກາງຂອງປະເທດລາວ ໃນໄລຍະ 2-4 ວັນຕໍ່ໜ້ານີ້, ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງໃນໄລຍະ ວັນທີ 14-17 ເມສາ 2018, ໂດຍຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຊະບູລີ, ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ຈະກໍ່ໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ປ້າຍໂຄສະນາຫັກລົ້ມ ແລະ ຟ້າຜ່າ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍ່ໃຫ້ຫຼີກລ້ຽງການຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ຫຼີກເວັ້ນການຢູ່ກາງເດີ່ນທີ່ກວ້າງ ເພາະຈະມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

ສຳລັບຜູ້ທີ່ເດີນທາງໄປເຂດພາກເໜືອ ໂດຍສະເພາະເຂດເສັ້ນທາງແຕ່ນະຄອນຫຼວງວຽງຈັນ ຫາແຂວງຫຼວງພະບາງ, ໄຊສົມບູນ, ຊຽງຂວາງ ແລະ ຫົວພັນ ໃຫ້ເອົາໃຈໃສ່ລະມັດລະວັງສະພາບຝົນຕົກໜັກ ເຮັດໃຫ້ຫົນທາງມື່ນ ເຊິ່ງຈະເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້.



No comments

Powered by Blogger.